• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ພົບ​ປະ 2 ຝ່າຍ​ຢູ່ນອກ​ພິ​ທີ​ຂຶ້ນ​ຄອງ​ລາດ​ຂອງພະ​ເຈົ້າ​ຈັກ​ກະ​ພັດ ຍີ່​ປຸ່ນ

ຕອນບ່າຍວັນທີ 22 ຕຸລາ, ພາຍຫລັງເຂົ້າຮ່ວມພິທີຂຶ້ນຄອງລາດຂອງພະເຈົ້າຈັກກະພັດ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະ 2 ຝ່າຍກັບທ່ານນາຍົກລັດຖະມົນຕີ ສ.ເຊັກໂກ, ທ່ານປະທານາທິບໍດີ ບຸນກາຣີ ແລະ ທ່ານປະທານາທິບໍດີ ອານບານີ ເພື່ອແລກປ່ຽນກ່ຽວກັບບັນດາມາດຕະການທີ່ນຳການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດເຂົ້າສູ່ລວງເລິກ, ແທດຈິງ, ມຸ່ງໄປເຖິງການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບທັງ 3 ປະເທດດັ່ງກ່າວໃນປີ 2020. 


ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Andrei Babis  

(ພາບ: VGP)


ບັນດາການນຳກໍ່ແລກປ່ຽນກ່ຽວກັບບັນດາມາດຕະການເພີ່ມທະວີການຮ່ວມມືກັບ ຫວຽດນາມ ຢູ່ບັນດາເວທີປາໄສສາກົນ, ພາກພື້ນ, ເປັນຕົ້ນແມ່ນເມື່ອ ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021. ພ້ອມກັນນັ້ນ, ບັນດາການນຳກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອຢູ່ທະເລຕາເວັນອອກ, ສະໜັບສະໜູນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ.

        ທີ່ການພົບປະແລກປ່ຽນ, ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Andrei Babis ຢັ້ງຢືນວ່າ ຈະສ້າງຄວາມສະດວກເພື່ອໃຫ້ບໍລິສັດການບິນ Bamboo Airways ຂອງ ຫວຽດນາມ ປະຕິບັດບັນດາລະບຽບການຈຳເປັນໃຫ້ສຳເລັດ ເພື່ອເປີດສະຫຼອງສາຍການບິນໂດຍກົງລະຫວ່າງ ຮ່າໂນ້ຍ ແລະ ປຣາຮາ ໂດຍໄວ.

        ທີ່ການຕ້ອນຮັບທ່ານປະທານາທິບໍດີ ບຸນກາຣີ Rumen Radev, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ ບຸນກາຣີ ເພີ່ມທະວີການຮ່ວມມືກັບ ອາຊຽນ ເມື່ອ ຫວຽດນາມ ເປັນປະທານ ອາຊຽນ ປີ 2020.

        ທີ່ການພົບປະລະຫວ່າງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ອານບານີ Ilir Meta, ການນຳ 2 ທ່ານໄດ້ເນັ້ນໜັກວ່າ ຄວນຈັດຕັ້ງບັນດາເວທີປາໄສເສດຖະກິດການຄ້າ ເພື່ອໃຫ້ວິສາຫະກິດ ແລະ ປະຊາຊົນ 2 ປະເທດກຳແໜ້ນບັນດາກາລະໂອກາດແລກປ່ຽນການຄ້າ. ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການເຈລະຈາ ແລະ ເຊັນສັນຍາຫຼີກລ້ຽງການເກັບພາສີຊ້ອນ ແລະ ສັນຍາອາລັກຂາ ແລະ ຊຸກຍູ້ການລົງທຶນລະຫວ່າງ 2 ປະເທດໂດຍໄວ ເພື່ອແນໃສ່ສ້າງພື້ນຖານສະດວກໃຫ້ແກ່ 2 ຝ່າຍເພີ່ມທະວີການຮ່ວມມືດຳເນີນທຸລະກິດ.

        ແລະກໍ່ໃນຕອນບ່າຍວັນທີ 22 ຕຸລາ, ຢູ່ນະຄອນຫລວງ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Masayoshi Son, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Softbank - ກຸ່ມບໍລິສັດລົງທຶນການເງິນໃຫຍ່ກ່ວາໝູ່ ຍີ່ປຸ່ນ ດ້ວຍຂອບເຂດການລົງທຶນ, ດຳເນີນທຸລະກິດໃນທົ່ວໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊົມເຊີຍເລື່ອງ Softbank ເປີດກ້ວາງການລົງທຶນເຂົ້າ ຫວຽດນາມ ແລະ ປາດຖະໜາວ່າ Softbank ຈະເປີດກ້ວາງຂອບເຂດການລົງທຶນກ່ວາອີກ, ສ້າງຂີດໝາຍຢ່າງແຮງຢູ່ຕະຫລາດ ຫວຽດນາມ ດ້ວຍບັນດາໂຄງການມີຂອບຂະໜາດໃຫຍ່ພິເສດ, ເໝາະສົມກັບຂອບຂະໜາດຂອງກຸ່ມບໍລິສັດເສດຖະກິດໃຫຍ່ກ່ວາໝູ່ຂອງຍີ່ປຸ່ນ ແລະ ສົມກັບສາຍພົວພັນ 2 ປະເທດ.

        ແລະໃນຕອນຄ່ຳວັນທີ 22 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມງານລ້ຽງພະບໍລົມສານຸວົງ ໂດຍພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ ເປັນເຈົ້າພາບຈັດຕັ້ງ. ນີ້ກໍ່ແມ່ນການເຄື່ອນໄຫວສຸດທ້າຍໃນຂອບເຂດການເຂົ້າຮ່ວມພິທີຂຶ້ນຄອງລາຊະບັນລັງຂອງເຈົ້າຈັກກະພັດ ຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top