• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽ​ນ​ຊວັນ​ຟຸກ ໃຫ້​ການ​ຕ້ອ​ນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕ​ີ ລາວ ບຸນ​ທອງ​ ຈິດ​ມະນີ

ທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ບຸນທອງ ຈິດມະນີໄດ້ດຳເນີນໃນຕອນບ່າຍວັນທີ 15 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກໄດ້ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບປະເທດລາວໃນຫຼາຍຂົງເຂດ. 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ ລາວ ບຸນທອງ ຈິດມະນີ (ພາບ: VGP)

ທ່ານນາຍົກລັດຖະມົນຕີສະແດງຄວາມຊົມເຊີຍຕໍ່ບັນດາໝາກຜົນຂອງການພັດທະນາເສດຖະກິດສັງຄົມຊຶ່ງປະເທດລາວບັນລຸໄດ້ໃນໄລຍະທີ່ຜ່ານມາພາຍໃຕ້ການຊີ້ນຳອັນສະຫຼາດສ່ອງໃສ່ຂອງພັກປະຊາຊົນປະຕິວັດລາວ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໃຫ້ຮູ້ວ່າ ຫວຽດນາມຕັດສິນໃຈປະຕິບັດບັນດາຂໍ້ຕົກລົງເຊິ່ງກົມການເມືອງສອງປະເທດບັນລຸໄດ້ເປັນຢ່າງດີ. ພ້ອມທັງແຈ້ງໃຫ້ທ່ານ ບຸນທອງ ຈິດມະນີ ຊາບວ່າ: ເຖິງວ່າສະພາບການໂລກພວມມີການຜັນປ່ຽນ, ຂໍ້ຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ເສດຖະກິດຫວຽດນາມໃນປີນີ້ຍັງພັດທະນາຢ່າງຕັ້ງໜ້າ. ທ່ານນາຍົກລັດຖະມົນຕີໄດ້ເຫັນດີວ່າ ສອງປະເທດຄວນແລກປ່ຽນ, ແບ່ງປັນປະສົບການໃນການຈັດຕັ້ງກອງປະຊຸມພັກທຸກຂັ້ນໃຫ້ເປັນຢ່າງດີ

        ສ່ວນທ່ານບຸນທອງ ຈິດມະນີ ໃຫ້ຮູ້ວ່າການມາຢ້ຽມຢາມ ຫວຽດນາມ ຄັ້ງນີ້ແມ່ນເພື່ອແນໃສ່ປະຕິບັດບັນດາຂໍ້ຕົກລົງລະຫວ່າງ ຄະນະກຳມະການກວດກາສູນກາງ ແລະ ກວດກາລັດຖະບານຂອງສອງປະເທດໃຫ້ປະກົດຜົນເປັນຈິງ. ພ້ອມທັງເນັ້ນໜັກວ່າ ລັດຖະບານລາວຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການເຄື່ອນໄຫວລົງທຶນຂອງວິສາຫະກິດຫວຽດນາມທີ່ມາລົງທຶນຢູ່ລາວ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top