• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ​ ໄປ​ເຖິງ Saint Petersburg, ເລີ່ມ​ຕົ​້ນ​ການ​ຢ້​ຽມ​ຢາ​ມ ສະ​ຫະ​ພັນ ​ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ

ທ່ານ ຫງວຽນຊວນຟຸກ ຈະແລກປ່ຽນຢ່າງເລິກເຊິ່ງກ້ວາງຂວາງກັບບັນດາການນຳລັດເຊຍກ່ຽວກັບບັນດາວິທີການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍໃນທຸກດ້ານ, ພິເສດເພີ່ມທະວີຄວາມຮັບຮູ້ເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງປະເທດ ແລະ ຄົນລຸ້ນໜຸ່ມ.

ພິທີຕ້ອນຮັບທ່ານ  ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບພັນລະຍາຢູ່  ສະໜາມບິນ Pulkovo 1

ຕອນບ່າຍວັນທີ 20 ພຶດສະພາ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບພັນລະຍາໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປເຖິງ ສະໜາມບິນ Pulkovo 1, Saint Petersburg, ເລີ່ມຕົ້ນການຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລັດເຊຍ Dmitri Medvedev. ໃນໄລຍະຢູ່ Saint Petersburg, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປວາງພວງມາລາຢູ່ ເຂດອະນຸສອນສະຖານ - ສຸສານ Piskaryskoe; ລົງຢ້ຽມຢາມກ່ຳປັ່ນສູ້ຮົບຂະຫຍາດໃຫຍ່ Aurora, ໄປຢ້ຽມຊົມ ພະລາຊະວັງລະດູໜາວ (Winter Palace). ທ່ານ ນາຍົກລັດຖະມົນຕີກໍ່ໄດ້ໄປຢ້ຽມຢາມເຂດອະນຸສອນສະຖານທ່ານ Lenin ຢູ່ວັງ Smolnyi, ເຊິ່ງເຄີຍແມ່ນສຳນັກງານລັດຖະບານ Bolsevich, ແມ່ນບ່ອນເຮັດວຽກຂອງທ່ານ Lenin. ທ່ານນາຍົກລັດຖະມົນຕີກໍ່ຈະພົບປະກັບ ທ່ານ Beglov A.D ຮັກສາການຜູ້ວ່າການ Saint Petersburg, ໃຫ້ການຕ້ອນຮັບການນຳກຸ່ມບໍລິສັດ Gazprom, ແລະ ເຂົ້າຮ່ວມການເຄື່ອນໄຫວອື່ນໆ

        ຕໍ່ຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມກັບ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະອອກຈາກ Saint Petersburg ໄປຍັງ ມົດສະກູ. ຕາມແຜນການ, ພິທີຕ້ອນຮັບທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມກັບ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງເປັນທາງການຈະໄດ້ດຳເນີນຢູ່ສະໜາມບິນ Vnukovo 2, ມົດສະກູ. ທີ່ ມົດສະກູ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະມີການພົບປະເຈລະຈາກັບການນຳລັດເຊຍ. ທີ່ການພົບປະ, ທ່ານ ຫງວຽນຊວນຟຸກ ຈະແລກປ່ຽນຢ່າງເລິກເຊິ່ງກ້ວາງຂວາງກັບບັນດາການນຳລັດເຊຍກ່ຽວກັບບັນດາວິທີການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍໃນທຸກດ້ານ, ພິເສດເພີ່ມທະວີຄວາມຮັບຮູ້ເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງປະເທດ ແລະ ຄົນລຸ້ນໜຸ່ມ.

        ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ພ້ອມກັບທ່ານນາຍົກລັດຖະມົນຕີ ລັດເຊຍ ແລະ ຜູ້ຕາງໜ້າກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ລັດເຊຍ ໄດ້ເປັນເຈົ້າພາບໃນພິທີໄຂ “ປີ ຫວຽດນາມ ຢູ່ ລັດເຊຍ ແລະ ປີ ລັດເຊຍ ຢູ່ ຫວຽດນາມ”, ເຂົ້າຮ່ວມເວທີປາໄສວິສາຫະກິດ - ຫວຽດນາມ - ສະຫະພັນ ລັດເຊຍ, ຕ້ອນຮັບການນຳກຸ່ມບໍລິສັດແຖວໜ້າຂອງລັດເຊຍຈຳນວນໜຶ່ງ.

        ໃນການຢ້ຽມຢາມ, ຄາດວ່າທ່ານນາຍົກລັດຖະມົນຕີຈະມີການພົບປະ, ໂອ້ລົມສົນທະນາ ກັບພະນັກງານ, ພາລະກອນສະຖານທູດ, ປະຊາຄົມຊາວ ຫວຽດນາມ ຢູ່ ລັດເຊຍ, ຖະຫວາຍດອກໄມ້ຢູ່ ອະນຸສາວະລີ ໂຮ່ຈີມິນ ແລະ ເຂົ້າຮ່ວມການເຄື່ອນໄຫວອື່ນໆ.

(ແຫຼ່ງຄັດຈາກ VOV)


ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top