• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາຍົກລັດຖະມົນຕ​ີຫວຽດນາມ ຫງວຽນຊວັນ​ຟຸກ: ​ປັບ​ໄໝ ກໍລະນີ​ລະ​ເມີດຂໍ້​ກໍານົດ​​ການ​ປ້ອງ​ກັນ ​ແລະ ສະ​ກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 ຢ່າງ​ເຂັ້ມ​ງວດ

ຖ້າຫາກວ່າປະກົດມີກໍລະນີອາດຊະຍາກໍາ ຕ້ອງສົ່ງສໍາເນົາເອກະສານເຖິງອົງການມີໜ້າທີ່ຮັບຜິບຊອບ ເພື່ອສືບສວນ ແລະ ປັບໄຫມ ລົງໂທດທາງອາຍາ.

ປ້າຍຫ້າມເຕົ້າໂຮມກັນຫຼາຍຄົນໃນໄລຍະເກີດໂລກລະບາດຢູ່ແຂວງກວ໋າງນາມ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍອອກຄໍາຊີ້ນໍາ, ໃນນັ້ນໄດ້ຮຽກຮ້ອງໃຫ້ລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ປະທານຄະນະກໍາມະການປະຊາຊົນບັນດາແຂວງ, ນະຄອນ ຂຶ້ນກັບສູນກາງ, ໃນຂອບເຂດ, ສິດອໍານາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ, ໂດຍອີງໃສ່ຂໍ້ກໍານົດກົດໝາຍທີ່ພວມປະກາດໃຊ້ ຈົ່ງສຸມໃສ່ຊີ້ນໍາ, ແນະນໍາ, ເລັ່ງລັດ, ກວດກາ ແລະ ປັບໄໝກໍລະນີໃດທີ່ລະເມີດຂໍ້ກໍານົດການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງທັນການ ແລະ ເຂັ້ມງວດ. ພິເສດແມ່ນບຸກຄົນທີ່ບໍ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ; ຕ້ານຄືນຜູ້ປະຕິບັດໜ້າທີ່ປ້ອງກັນ, ສະກັດກັ້ນໂລກລະບາດ; ເຜີຍແຜ່ຂ່າວທີ່ບໍ່ມີມູນຄວາມຈິງ;ນຳຜ້າອັດປາກທີ່ໃຊ້ແລ້ວມາຜະລິດຄືນໃໝ່; ຜະລິດສິນຄ້າປອມ, ເຮັດການຄ້າເຖື່ອນ... ຖ້າຫາກວ່າປະກົດມີກໍລະນີອາດຊະຍາກໍາ ຕ້ອງສົ່ງສໍາເນົາເອກະສານເຖິງອົງການມີໜ້າທີ່ຮັບຜິບຊອບ ເພື່ອສືບສວນ ແລະ ປັບໄຫມ ລົງໂທດທາງອາຍາ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top