• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຟຸກ ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ອີ​ຢູ ປະຈໍາ ຫວຽດນາມ Pier Giorgio Aliberti

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ, ລັດຖະບານ, ບັນດາກະຊວງ, ຂະແໜງການຕ່າງໆຂອງຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະຕິບັດບັນດາຄໍາໝັ້ນສັນຍາກັບ ອີຢູ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອີຢູ ປະຈໍາ ຫວຽດນາມ Pier Giorgio Aliberti (ພາບ:  TTXVN)

ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ອີຢູ ປະຈໍາ ຫວຽດນາມ Pier Giorgio Aliberti ທີ່ດໍາເນີນໃນຕອນບ່າຍວັນທີ 13 ກຸມພາ ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານເອກອັກຄະລັດຖະທູດ ທີ່ໄດ້ມານະພະຍາຍາມ, ສຸດຈິດສຸດໃຈຊຸກຍູ້ ລັດຖະສະພາເອີຣົບ ຮັບຮອງເອົາສັນຍາ EVFTA ແລະ EVIPA. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ, ລັດຖະບານ, ບັນດາກະຊວງ, ຂະແໜງການຕ່າງໆຂອງຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະຕິບັດບັນດາຄໍາໝັ້ນສັນຍາກັບ ອີຢູ.

        ທ່ານເອກອັກຄະລັດຖະທູດ ອີຢູ ປະຈໍາ ຫວຽດນາມ Pier Giorgio Aliberti ຖືວ່າ, ເລື່ອງບັນລຸໄດ້ໝາກຜົນດັ່ງກ່າວ ແມ່ນຍ້ອນຄວາມມານະພະຍາຍາມລວມຂອງທັງສອງຝ່າຍ ແລະ ຈໍານວນບັດສະໜັບສະໜູນສູງນັ້ນ ກໍໄດ້ສະແດງໃຫ້ເຫັນ ການຕີລາຄາຢ່າງຕັ້ງໜ້າຂອງ ອີຢູ ທີີ່ມີຕໍ່ຫວຽດນາມ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງ ອີຢູ ສໍາລັບວິວັດການປະຕິຮູບຂອງຫວຽດນາມ. ອີຢູ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບຫວຽດນາມ ເພື່ອຮັບປະກັນໃຫ້ວິວັດການປະຕິບັດສັນຍາສອງສະບັບດັ່ງກ່າວໃຫ້ສໍາເລັດຜົນ.

        ພາຍຫຼັງ ສັນຍາ EVFTA ມີຜົນສັກສິດ, ລັດຖະບານ ຫວຽດນາມ ຈະປະກາດໃຊ້ໂຄງການເຄື່ອນໄຫວແຫ່ງຊາດ ກ່ຽວກັບການປະຕິບັດສັນຍາສອງສະບັບນັ້ນໂດຍໄວ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ອີຢູ ຈະໜູນຊ່ວຍຫວຽດນາມໃນການຍົກສູງກໍາລັງຄວາມສາມາດປະຕິບັດສັນຍາດັ່ງກ່າວ. ທ່ານກໍແບ່ງປັນວ່າ, ປີນີ້, ຫວຽດນາມ ດໍາລົງຕໍາແໜ່ງເປັນປະທານ ອາຊຽນ, ດັ່ງນັ້ນ, ນີ້ກໍແມ່ນກາລະໂອກາດເພື່ອຊຸກຍູ້ການພົວພັນລະຫວ່າງ ອີຢູ ກັບ ອາຊຽນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍສະໜັບສະໜູນ ແລະ ສ້າງທຸກເງື່ອນໄຂ ໃຫ້ບັນດານັກລົງທຶນ ອີຢູ ດໍາເນີນທຸລະກິດປະສົບຜົນສໍາເລັດຢູ່ຫວຽດນາມ ພ້ອມທັງເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຈະມີອາຍຸການທີ່ສໍາເລັດຜົນຢູ່ຫວຽດນາມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງຝ່າຍໃຫ້ພັດທະນາຢ່າງແຮງ.

        ສ່ວນທ່ານເອກອັກຄະລັດຖະທູດ ອີຢູ ປະຈໍາ ຫວຽດນາມ Pier Giorgio Aliberti ເຫັນດີເປັນເອກະພາບກັບທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ຖືວ່າ ສອງຝ່າຍຕ້ອງຮ່ວມມືກັນໃນວິວັດການປະຕິບັດສັນຍາດັ່ງກ່າວ. ອີຢູ ຈະມານະພະຍາຍາມເພື່ອໂຄສະນາໃຫ້ບັນດາວິສາຫະກິດຂອງ 27 ປະເທດສະມາຊິກ ເຂົ້າໃຈກ່ຽວກັບກາລະໂອກາດນີ້ ແລະ ຫັນເປັນລະອຽດ ດ້ວຍການເຄື່ອນໄຫວລົງທຶນຢູ່ຫວຽດນາມ. ທ່ານເອກອັກຄະລັດຖະທູດ ກໍປາດຖະໜາວ່າ ຝ່າຍຫວຽດນາມ ຈະຕັ້ງໜ້າໂຄສະນາໃຫ້ປະຊາຊົນ ແລະ ວິສາຫະກິດມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສັນຍາດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top