• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ​ເຮັດ​ວຽກກັບ​ຄະນະ​ກໍາມະການ​ຄຸ້ມ​ຄອງ​​ເງິນທຶຶນຂອງ​ລັດ

ຕອນເຊົ້າວັນທີ 17 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍບັນດາທ່ານຮອງນາຍົກລັດຖະມົນຕີ, ການນໍາບັນດາກະຊວງ, ຂະແໜງການເຮັດວຽກກັບຄະນະກໍາມະການຄຸ້ມຄອງເງິນທຶນຂອງລັດ ຢູ່ວິສາຫະກິດ, ເພື່ອແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ທີ່ພວມປະເຊີນໜ້າ ພາຍຫຼັງຄະນະກໍາມະການເຄື່ອນໄຫວຢ່າງເປັນທາງການມາໄດ້ປະມານ 10 ເດືອນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄໍາເຫັນທີ່ການເຮັດວຽກ (ພາບ: chinhphu.vn)

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ຄະນະກໍາມະການຄຸ້ມຄອງເງິນທຶນຂອງລັດໄດ້ເລີ່ມເຄື່ອນໄຫວນັບແຕ່ວັນທີ 30 ກັນຍາ 2018 ເປັນຕົ້ນມາ. ໃນໄລຍະເຄື່ອນໄຫວມາເປັນເວລາ 10 ເດືອນນັ້ນ, ຄະນະກໍາມະການ ໄດ້ຄຸ້ມຄອງ 19 ກຸ່ມບໍລິສັດ, ບໍລິສັດໃຫຍ່ຂອງລັດ ແລະ ແກ້ໄຂບັນດາຄວາມຫຍຸ້ງຍາກ ແລະຂໍ້ຕິດຂັດໃນໄລຍະເຄື່ອນໄຫວຂອງບັນດາກຸ່ມບໍລິສັດ ແລະ ບໍລິສັດໃຫຍ່ດັ່ງກ່າວ. ນີ້ແມ່ນໜ້າທີ່ອັນສໍາຄັນທີ່ສຸດ ເພາະວ່າ 19 ຫົວໜ່ວຍດັ່ງກ່າວ ກວມເອົາແຫຼ່ງທຶນກ້ອນໃຫຍ່, ມີຜົນກະທົບອັນໃຫຍ່ຫຼວງຕໍ່ການສ້າງຄວາມດຸ່ນດ່ຽງຂອງພື້ນຖານເສດຖະກິດ, ແກ້ໄຂວຽກເຮັດງານທໍາ, ຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ... ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ການນໍາບັນດາກະຊວງ, ຂະແໜງການ, ບໍລິສັດໃຫຍ່ ຈົ່ງປຶກສາຫາລືຕາມທິດແກ້ໄຂຄວາມຫຍຸ້ງຍາກ, ສ້າງເງື່ອນໄຂໃຫ້ຄະນະກໍາມະການໄດ້ເຄື່ອນໄຫວຢ່າງມີປະສິດທິຜົນທີ່ສຸດ. ຄະນະກໍາມະການຄຸ້ມຄອງເງິນກອງທຶນຂອງລັດ ກໍຕ້ອງມີຈິດໃຈສ້າງສັນເປັນຢ່າງສູງ, ຮັບເອົາການປະກອບຄໍາເຫັນຈາກບັນດາກະຊວງ, ຂະແໜງການ ເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍ ໂດຍສະເພາະແມ່ນໃນວິວັດການສ້າງໂຄງປະກອບຄືນໃໝ່, ຫັນລັດວິສາຫະກິດ, ບໍລິສັດໃຫຍ່ເປັນຫຸ້ນສ່່ວນ.
(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top