• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ທ່ານໝໍຄົນ ຝຣ່ັງ ສຸດອົກສຸດໃຈກັບການແພດພື້ນເມືອງ ຫວຽດນາມ

ທ່ານໝໍຄົນ ຝຣ່ັງ Mezard Marc ໄດ້ມີການຄົ້ນຄວ້າ ການແພດພື້ນເມືອງ ຫວຽດນາມ ມາເປັນເວລາເກືອບ 30 ປີ. ແຕ່ລະປີ, ເພິ່ນໄດ້ພານັກສຶກສາຫຼາຍຄະນະຈາກ ຝຣັ່ງ ມາ ຫວຽດນາມ ເພື່ອຄົ້ນຄວ້າການແພດ ແລະ ປະຕິບັດວິທີການປິ່ນປົວພະຍາດຕາມແບບ ຫງູ໋ແຫ່ງລ້ວນຈີ້ ທີ່ສະຖາປັນການຢາພື້ນເມືອງ ນະຄອນ ໂຮ່ຈີມິນ, ປະກອບສ່ວນເຜີຍແຜ່ໂຄສະນາການແພດພື້ນເມືອງ ຫວຽດນາມ ອອກສູ່ໂລກພາຍນອກ.
ທ່ານໝໍຄົນ ຝຣ່ັງ Mezard Marc ໄດ້ມີຄວາມຮູ້ຈັກກັບວິທີການປິ່ນປົວພະຍາດຕາມແບບ ຫງູ໋ແຫ່ງລ້ວນຈີ້ ເມື່ອປີ 1991. ເວລານັ້ນ, ເພິ່ນໄດ້ຮັບການແນະນຳໂດຍກົງໃນການຄົ້ນຄວ້າ ແລະ ປະສົບການປິ່ນປົ່ວພະຍາດຈາກທ່ານໝໍ ເຈືອງທິ່ນ (1940-2012; ປະທານສະມາຄົມຢາພື້ນເມືອງ ນະຄອນ ໂຮ່ຈີມິນ). ກວ່າ 20 ປີທີ່ໄດ້ຮຳ່ຮຽນ ແລະ ເຮັດວຽກກັບອາຈານ ຂອງຕົນ, ທ່ານໝໍ Mezard Marc ໄດ້ຮັບຫຼາຍບົດຮຽນ, ຄວາມຮູ້ທີ່ລຳ້ຄາ່ກ່ຽວກັບການແພດພື້ນເມືອງ ຫວຽດນາມ.

ທ່ານໝໍຄົນ ຝຣ່ັງ Mezard Marc ໄດ້ມີການຄົ້ນຄວ້າ ແລະ ເຜີຍແຜ່ໂຄສະນາ
ການແພດພື້ນເມືອງ ຫວຽດນາມ ມາເປັນເວລາເກືອບ 30 ປີ. 



ທ່ານໝໍ Mezard Marc (ຜູ້ຢູ່ທາງກາງ) ພວມແນະນຳບັນດາວິທີການຄົ້ນຄວ້າ ແລະ ປິ່ນປົວພະຍາດ
ຕາມການແພດ ພື້ນເມືອງ ຫວຽດນາມ ໃຫ້ແກ່ນັກສຶກສາຕ່າງປະເທດ ດ້ວຍຄວາມຕັ້ງໃຈ. 



ທ່ານໝໍ Mezard Marc ໂອ້ລົມກັນກັບຄົນເຈັບທີ່ສະຖາປັນ
ການຢາພື້ນເມືອງ ນະຄອນ ໂຮ່ຈີມິນ.



ທ່ານໝໍ Mezard Marc ພວມປິ່ນປົວພະຍາດໃຫ່ແກ່ຄົນເຈັບ ຕາມວິທີການປັກເຂັມ
ທີ່ສະຖາປັນການຢາພື້ນເມືອງ ນະຄອນ ໂຮ່ຈີມິນ.



ບັນດານັກຮຽນຂອງທ່ານໝໍ Mezard Marc ມາຈາກ ຫຼາຍປະເທດທີ່ແຕກຕ່າງກັນໃນໂລກ
ມີຄວາມສົນໃຈກັບ
ວິທີການປິ່ນປົວພະຍາດຕາມແບບ ຫງູ໋ແຫ່ງລ້ວນຈີ້.



ທ່ານໝໍ Mezard Marc ໂອ້ລົມສົນທະນາກັບບັນດານັກຮຽນ
ກ່ຽວກັບວິທີການປິ່ນປົວພະຍາດ. 



.
ບັນດານັກຮຽນປະຕິບັດວິທີການປິ່ນປົວພະຍາດຕາມແບບ ຫງູ໋ແຫ່ງລ້ວນຈີ້ ໃຫ້ແກ່ຄົນເຈັບ
ພາຍໃຕ້ການກວດກາຂອງ
ທ່ານໝໍ Mezard Marc. 



ທ່ານໝໍ Mezard Marc ເຂົ້າຮ່ວມໃນການປິ່ນປົວພະຍາດ
ໃຫ້ແກ່ຄົນເຈັບທີ່ ສະຖາປັນການຢາພື້ນເມືອງ ນະຄອນ ໂຮ່ຈີມິນ.

ເປັນນັກຊ່ຽວຊານຂອງສະຖາປັນການແພດພື້ນເມືອງ ໂລກຕາເວັນອອກ ຝຣັ່ງ-ຫວຽດນາມ ທີ່ມີສຳນັກງານຕັ້ງຢູ່ ຝຣັ່ງ,  ທ່ານໝໍ Mezard Marc ມີຄວາມມານະພະຍາຍາມກໍ່ສ້າງການພົວພັນຮ່ວມມືລະຫວ່າງ ສະຖາປັນແຫ່ງນີ້ ກັບສະຖາປັນ ການຢາ ພື້ເມືອງ. ປີ 2001, ເພິ່ນໄດ້ພານັກສຶກສາຫຼາຍຄະນະ ຈາກ ຝຣັ່ງ ມາ ຫວຽດນາມ ເພື່ອຄົ້ນຄວ້າການແພດພື້ນເມືອງຫວຽດນາມ, ພິເສດແມ່ນວິທີການປິ່ນປົວພະຍາດຕາມແບບ ຫງູ໋ແຫ່ງລ້ວນຈີ້ ທີ່ສະຖາປັນການຢາພື້ນເມືອງ ນະຄອນ ໂຮ່ຈີມິນ.
 
ທ່ານໝໍ Mezard Marc ໃຫ້ຮູ້ວ່າ ວິທີການປິ່ນປົວພະຍາດ ຕາມແບບ ຫງູ໋ແຫ່ງລ້ວນຈີ້ ຂອງທ່ານໝໍ ເຈືອງທິ່ນ ມີຫຼາຍຈຸດພິເສດ, ຖືລັກສະນະສະເພາະຂອງການແພດພື້ນເມືອງພາກໃຕ້. ບັນດານັກສຶກສາຕ່າງປະເທດທີ່ມານີ້ ຜູ້ໃດກໍ່ຕັ້ງໃຈໃນການຄົ້ນຄວ້າ ແລະ ປາດຖະໜາຢາກເຜີຍແຜ່ໂຄສະນາ ວິທີການ ປິ່ນປົວພະຍາດດັ່ງກ່າວ ອອກສູ່ໂລກພາຍນອກ.
 
ທ່ານນາງ ປອ. ເຈືອງທິຫງອກລານ,​ ຮອງອຳນວຍການ ສະຖາປັນການຢາພື້ນເມືອງ ໃຫ້ຮູ້ວ່າ ວິທີການປິ່ນປົວພະຍາດ ຕາມແບບ ຫງູ໋ແຫ່ງລ້ວນຈີ້ (ໄດ້ເຂົ້າໃຈແມ່ນວິທີການນຳໃຊ້ວັດຖຸທັງຫ້າທີ່ເປັນເຄົ້າກຳເນີດຂອງໂລກ ເຂົ້າໃນການ ປິ່ນປົວພະຍາດ) ໄດ້ຖືຜູ້ຄົນຄືໄມ້ຕົ້ນໜຶ່ງມີຊື່ວ່າ “ເກິຍເຍິນຊິງ ໂດງອີ”. ເວລາທ່ານໝໍກວດກາພະຍາດ, ເມື່ອພົບເຫັນບ່ອນໃດບ່ອນໜຶ່ງເທິງລຳຕົ້ນໄມ້ຖືກບາດເຈັບ ຈະປິ່ນປົວຕາມວິທີການ ປັກເຂັມ ເພື່ອດັດສ້າງຄືນບັນດາພາກສ່ວນຂອງຕົ້ນໄມ້ ໃຫ້ເໝາະສົມ.
 
ຕາມທ່ານໝໍ ເຈືອງທິຫງອກລານ ແລ້ວ, ວິທີການປິ່ນປົວ ພະຍາດຕາມແບບ ຫງູ໋ແຫ່ງລ້ວນຈີ້ ບັນລຸໄດ້ປະສິດທິຜົນສູງໃນການປິ່ນປົວພະຍາດ. ວິທີການປິ່ນປົວພະຍາດດັ່ງກ່າວ ເໝາະສົມກັບບັນດານັກສຶກສາມາຈາກຕ່າງປະເທດ ໃນເວລາຮຳ່ຮຽນ, ຄົ້ນຄວ້າ ກໍ່ຄື່ປະຕິບັດຕົວຈິງນຳຄົນເຈັບ.
 
ນອກຈາກຄວາມຮັກເມົາມົວກັບການຄົ້ນຄວ້າການແພດ ພື້ນເມືອງ, ທ່ານໝໍ Mezard Marc ຍັງສະຫງວນເວລາເພື່ອຊອກຮູ້ກ່ຽວກັບວັດທະນະທຳມູນເຊື້ອຂອງ ຫວຽດນາມ. ເພິ່ນ ຍັງມີຄວາມຕັ້ງໃຈແນະນຳບັນດານັກສຶກສາຕ່າງປະເທດໃນການຊອກຮູ້, ຄົ້ນຫາທັດສະນິຍະພາບ, ພູມພາບອັນໜ້າຊົມ ແລະ ການກິນດື່ມທີ່ຫຼາກຫຼາຍຮູບແບບຂອງແຜ່ນດິນພາກໃຕ້ອີກດ້ວຍ.
ບົດ: ຫງວຽນຫວູແທ່ງດາດ - ພາບ: ທົງຫາຍ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top