• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ທ່ານໝໍ ຍີ່ປຸ່ນ ກັບຄົນເຈັບ ຫວຽດນາມ

ເລີ່ມເຮັດວຽກຢູ່ໂຮງໝໍ ບຳລຸງການຟື້ນຟູສຸຂະພາບ ການເຄື່ອນ ເໜັງ ສູນກາງແຂວງ ແທງຮວ໋າ ແຕ່ເດືອນ 3/2017 ຕາມແຜນ ການ ສົ່ງອາສາສະໝັກ ຂອງອົງການຮ່ວມມືສາກົນ JICA, ທ່ານ ໝໍ  Iizuka Kazuhiro ໄດ້ມີການປະກອບສ່ວນຢ່າງ ຕັ້ງໜ້າໃຫ້ ແກ່ ວຽກງານປິ່ນປົວຢູ່ໂຮງໝໍແຫ່ງນີ້. ນອກຈາກນັ້ນ ເພິ່ນຍັງມີ ຜົນງານການ ປະດິດສ້າງຫຼາຍຢ່າງ, ຊ່ວຍຫຼຸດຜ່ອນຄ່າປິ່ນປົວໃຫ້ ແກ່ຄົນເຈັບອີກດ້ວຍ.
ຕາມການສະເໜີ ຂອງ ຜູ້ຕາງໜ້າອົງການຄວາມຮ່ວມມືສາກົນ ຍີ່ປຸ່ນ (JICA) ທີ່ ຮ່າໂນ້ຍ, ພວກຂ້າພະເຈົ້າໄປພົບທ່ານໝໍ Iizuka Kazuhiro-ຜູ້ຊ່ຽວຊານການປິ່ນປົວເພື່ອການເຄື່ອນເໜັງ ທີ່ກຳລັງ ເຮັດວຽກ ຢູ່ໂຮງໝໍ ບຳລຸງການຟື້ນ​ຟູສຸຂະພາບ ການເຄື່ອນເໜັງ ສູນກາງ ແຂວງ ແທງຮວ໋າ.
 
ຈາກຮ່າໂນ້ຍ ເຖິງໂຮງໝໍ ກໍເປັນເວລາກາຍທ່ຽງ, ແຕ່ໃນຫ້ອງເຮັດ ວຽກ ຂອງເພິ່ນຍັງມີຄົນເຈັບຫຼາຍຄົນ, ລໍຖ້າຈົນເຖິງບ່າຍ ຈຶ່ງເຂົ້າ ພົບກັບໄດ້. ທ່ານໝໍ Iizuka Kazuhiro ໃຫ້ຮູ້ວ່າ ຫຼັງຈາກໄດ້ ເຮັດວຽກຢູ່ ຫວຽດນາມ ເກືອບໜຶ່ງປີ, ເພິ່ນໄດ້ຮຽນຮູ້ພາສາ ຫວຽດ ຫຼາຍພໍສົມຄວນ. “ການຮູ້ພາສາ ຫວຽດ ຊ່ວຍເຮັດໃຫ້ ຂ້າພະເຈົ້າສາມາດສ້າງຄວາມມ່ວນຊື່ນ, ໃກ້ຊິດກັບຄົນເຈັບ, ສ້າງຄວາມສຳພັນທີ່ດີໃຫ້ ແກ່ການປິ່ນປົວພະຍາດ”. 


ທ່ານໝໍ Iizuka Kazuhiro (ຊ້າຍ) ຊ່ຽວຊານອາສາສະໝັກ
ທີ່
ໂຮງໝໍປິ່ນປົວບຳລຸງການຟື້ນ​ສຸຂະພາບ ສູນກາງຂອງ ແຂວງ ແທງຮວ໋າ.
 


ທ່ານໝໍ Iizuka Kazuhiroເປັນຜູ້ມີປະສົບການໃນການປິ່ນປົວພະຍາດ ຍ້ອນໄດ້ມີເວລາຮຽນ 5 ປີ
ທີ່ໂຮງຮຽນສາກົນກ່ຽວ ກັບສຸຂະພາບ, ສິດປະໂຫຍດ ແລະ ຄວາມຜາສຸກ Sunvillage ທີ່ ຍີ່ປຸ່ນ,
ເຮັດວຽກ 7 ປີທີ່ສູນກາງເປັນລົມອຳມະພາດ, ໂຮງໝໍ Nishijima.



ທ່ານໝໍ Iizuka Kazuhiro ນຳໃຊ້ຄວາມຮູ້ຄວາມສາມາດຂອງ
ຕົນເພື່ອປິ່ນປົວພະຍາດໃຫ້ແກ່ຄົນເຈັບທີ່ ຫວຽດນາມ.
 


ຄວາມຮູ້ຄວາມສາມາດ ແລະ ບັນດາຜົນງານການປະດິດສ້າງ ຂອງ ທ່ານໝໍ Iizuka Kazuhiro
ຊ່ວຍຍົກສູງຄຸນນະພາບໃນ ການ ປິ່ນປົວພະຍາດທີ່ໂຮງໝໍ.



ທ່ານໝໍ Iizuka Kazuhiro ແນະນໍາໃຫ້ພີ່ນ້ອງຄົນເຈັບຮູ້
ບັນດາຈັງຫວະທີ່ງ່າຍ
ໃນການຊ່ວຍຟື້ນຟູສຸຂະພາບ ໃຫ້ແກ່ຄົນເຈັບ.



ເຖິງວ່າ ນີ້ແມ່ນເທ່ືອທຳອິດມາ ຫວຽດນາມ, ແຕ່ທ່ານໝໍ Iizuka Kazuhiroຢູ່ຢ່າງປອງດອງ,
ມີຄວາມສະໜິດສະໜົມ, ໃກ້ຊິດກັບຄົນເຈັບ ແລະ ເພື່ອນຮ່ວມງານ ບ່ອນເຮັດວຽກ.


 
ທ່ານໝໍ Iizuka Kazuhiro ຍັງເປັນເຈົ້າຂອງ ຫຼາຍຜົນງານການ ປະດິດສ້າງ, ເພິ່ນໃຊ້ເວລາ ເພື່ອປະດິດສ້າງບັນດາເຄື່ອງມືຮັບ ໃຊ້ໃຫ້ແກ່ວຽກງານປິ່ນປົວພະຍາດເກີດຂຶ້ນໂດຍກະທັນຫັນຢູ່ ເສັ້ນເລືອດໃນສະໝອງ.


ບັນດາເຄື່ອງມືຮັບໃຊ້ໃຫ້ແກ່ວຽກງານປິ່ນປົວພະຍາດທີ່ເກີດຂຶ້ນ ຢ່າງກະທັນຫັນຢູ່ເສັ້ນເລືອດໃນສະໝອງ
ຊຶ່ງທ່ານໝໍ
Iizuka Kazuhiro ເຮັດເອງ.



ບັນດາຜົນງານການປະດິດສ້າງຂອງທ່ານໝໍ Iizuka Kazuhiro
ຊ່ວຍໃຫ້ແກ່ການປິ່ນປົວໄດ້ດີຂຶ້ນ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍ ຕ່າງໆ ໃຫ້ແກ່ຄົນເຈັບ.



ບັນດາຜົນງານການປະດິດສ້າງຂອງທ່ານໝໍ Iizuka Kazuhiro
ຊ່ວຍເຮັດໃຫ້ນີ້ວມືຂອງຄົນເຈັບສາມາດເຄື່ອນເໜັງໄດ້ຢ່າງງ່າຍ ດາຍ ໃນການຈັບບາຍສິ່ງຂອງ. 



ເສື່ອຢາງພາລາໄດ້ນຳໃຊ້ເພື່ອເຝິກແອບການເຄື່ອນເໜັງຂອງ ນີ້ວມື.


ວິທີການປິ່ນປົວພະຍາດຂອງທ່ານໝໍ Iizuka Kazuhiro ນຳມາ ຄວາມສາມາດເຄື່ອນເໜັງໄດ້ໃຫ້ແກ່ຄົນເຈັບທີ່ເກີດຂຶ້ນ ຢ່າງກະ ທັນຫັນຢູ່ເສັ້ນເລືອດໃນສະໝອງ.

ຫຼັງຈາກຮຽນຈົບມະຫາວິທະຍາໄລການຢາ, ທ່ານໝໍ Iizuka Kazuhiro ຕັດສິນໃຈໄປທ່ຽວບັນດາປະເທດ ອາຊີ ຕາເວັນອອກ ສ່ຽງໃຕ້ ເພື່ອຊອກຮູ້ກ່ຽວກັບພື້ນຖານສາທາລະນະສຸກ ຢູ່ບັນດາ ປະເທດ ພວມພັດທະນາ, ພິເສດແມ່ນວຽກງານປິ່ນປົວການຟື້ນ​ຟູ ໜ້າທີ່ ຂອງການເຄື່ອນເໜັງກັບຄືນສູ່ສະພາບເດີມ. ເພິ່ນໃຫ້ຮູ້ວ່າ: “ເມື່ອອົງການ JICA ຄັດເລືອກອາສາສະໝັກໄປ ຫວຽດນາມ, ຂ້າ ພະເຈົ້າຄິດວ່າ ນີ້ແມ່ນໂອກາດທີ່ດີ ເພື່ອໃຫ້ຂ້າພະເຈົ້າໄດ້ ແບ່ງປັນ ຄວາມຮູ້ ແລະ ຮຳ່ຮຽນບົດຮຽນຂອງບັນດາທ່ານໝໍ ຫວຽດ. ຂ້າພະ ເຈົ້າຈຶ່ງມາລົງທະບຽນ ແລະ ໂຊກດີທີ່ຖືກຄັດເລືອກ. ຂ້າພະເຈົ້າຮູ້ ສຶກດີໃຈເມື່ອໄດ້ເຫັນ ກັບຕາ ການຟື້ນຟູຢ່າງວ່ອງໄວຂອງບັນດາ ຄົນເຈັບ”.
 
ທ່ານໝໍ ເລຢຸຍເກື່ອງ-ຫົວໜ້າຂະແໜງອາການຄລີນິກ (clinical) ແລະ ຟື້ນຟູ ໃຫ້ຮູ້ວ່າ ທ່ານໝໍ Iizuka Kazuhiro ຊ່ວຍໂຮງໝໍຍົກ ສູງ ຄວາມສາມາດໃນການກວດກາ ແລະ ປິ່ນປົວພະຍາດ. ບັນ ດາ ຄົນເຈັບທີ່ໄດ້ຮັບການປິ່ນປົວໂດຍກົງຈາກທ່ານໝໍ Iizuka Kazuhiro ກໍ່ສາມາດຟື້ນຟູໜ້າທີ່ ຂອງການເຄື່ອນເໜັງກັບຄືນ ສູ່ ສະພາບເດີມໄດ້ ຢ່າງວ່ອງໄວ. “ຕົວຢ່່າງ ການປິ່ນປົວ ໃຫ້ແກ່ ນາງ ຈິ້ງທູຮັ່ງ (ອາຍຸ 13 ປີ). ນາງຖືກສົ່ງເຂົ້າໂຮງໝໍ ຍ້ອນໄດ້ຮັບບາດ ເຈັບ ສະໂຫຼກສະໝອງ, ມືເຄື່ອນເໜັງບໍ່ໄດ້. ພາຍຫຼັງການປິ່ນປົວ ມາເປັນເວລາ 3 ອາທິດ, ນາງສາມາດນຸ່ງໂສ້ງເສື້ອ, ຮັບປະທານ ອາຫານໂດຍຕົນເອງໄດ້” - ທ່ານໝໍ ເລຢຸຍເກື່ອງ ເລົ່າໃຫ້ຂ້າພະ ເຈົ້າຟັງ.
 
ພິເສດ, ທ່ານໝໍ Iizuka Kazuhiro ຍັງເປັນຜູ້ຊ່ຽວຊານ ຂອງ ຫຼາຍ ຜົນງານການປະດິດສ້າງທີ່ຈັບໃຈ. ບັນດາເຄື່ອງມືຮັບໃຊ້ ໃຫ້ແກ່ ການປິ່ນປົວໂດຍເພິ່ນເປັນຜູ້ປະດິດເອງ ໄດ້ຕັ້ງຊື່ວ່າ "Made by K/IIZUKA" ຊຶ່ງເຮັດໃຫ້ຫຼາຍຄົນຮູ້ສຶກປະທັບໃຈ. ຈາກບັນດາເຄື່ອງຂອງທີ່ມີພ້ອມເຊັ່ນ: ແຜ່ນຢາງ, ແຜ່ນປູຢາງ, ທ່ອນໄມ້, ທ່ານໝໍ Iizuka Kazuhiro ກໍ່ປະດິດສ້າງເປັນບັນດາ ເຄື່ອງມືເພື່ອໃຫ້ຄົນເຈັບເຝິກແອບການຈັບບ່ວງ, ຕັດເລັບມື. ບັນດາເຄື່ອງມືດັ່ງກ່າວ ບໍ່ພຽງແຕ່ຊ່ວຍໃນວຽກງານປິ່ນປົວ ເທົ່າ ນັ້ນ, ຫາກຍັງຊ່ວຍປະຢັດຄ່າ ປິ່ນປົວໃຫ້ແກ່ ຄົນເຈັບອີກດ້ວຍ.
 
ຕາມແຜນການ, ທ່ານໝໍ Iizuka Kazuhiro ຍັງເຮັດວຽກຢູ່ ຫວຽດນາມ ເຖິງເດືອນ 3/2019, ເພິ່ນ ຍັງມີແຜນການຫຼາຍຢ່າງ ຕ້ອງການປະຕິບັດ ກ່ອນຈະກັບເມືອປະເທດ. “ຂ້າພະເຈົ້າຢາກ ໄປ ຢ້ຽມຢາມ, ຮຽນຮູ້ບົດຮຽນຕາມໂຮງໝໍ ຫຼາຍແຫ່ງຢູ່ທ້ອງຖິ່ນ. ຂ້າພະເຈົ້າຢາກ ມີເພື່ອນຫຼາຍຄົນເຮັດວຽກ ຢູູ່ຂະແໜງສາທາ ລະນະສຸກຂອງ ຫວຽດນາມ. ຂ້າພະເຈົ້າຢາກ ແນະນຳບັນດາ ເຄື່ອງ ມືຮັບໃຊ້ໃຫ້ແກ່ການ ປິ່ນປົວຟື້ນຟູສຸຂະພາບ "Made by K/IIZUKA" ຜ່ານທາງອິນເຕີເນັດ ເພື່ອໃຫ້ຫຼາຍຄົນໄດ້ຮູ້ຈັກ”. ກ່ອນຈະຈາກກັນ, ພວກຂ້າພະເຈົ້າອວຍພອນໃຫ້ເພິ່ນປະສົບ ຜົນສຳເລັດດັ່ງຄວາມປາດຖະໜາ ຂອງຕົນ.
ບົດ: ເງິນຮ່າ - ພາບ: ຫວຽດເກືອງ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top