• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

ທ່ານໝໍ Soeijima Nozomi: “ການເຄື່ອນເໜັງຂອງຄົນເຈັບ ແມ່ນຄວາມມ່ວນຊື່ນຂອງຂ້າພະເຈົ້າ”

ທ່ານໝໍ Soeijima Nozomi ໄດ້ແຕ່ງໄປເຮັດວຽກທີ່ສູນກາງຟື້ນຟູອະໄວຍະວະ ຂອງໂຮງໝໍ ແບກມາຍ (ຮ່າໂນ້ຍ) ແຕ່ປີ 2016 ຕາມແຜນການສົ່ງອາສາສະໝັກຂອງອົງການຮ່ວມມືສາກົນ ຍີ່ປຸ່ນ JICA. ການເຮັດວຽກຢູ່ທີ່ນີ້ ໃນເວລາກວ່າ 2 ປີ ໄດ້ຊ່ວຍເຮັດໃຫ້ນາງ Soeijima Nozomi ມີປະສົບການ ຫຼາຍຢ່າງກັບວຽກງານປິ່ນປົວພະຍາດໃນສະພາບແວດລ້ອມທີ່ແປກໃໝ່.
ພວກຂ້າພະເຈົ້າໄດ້ພົບກັບທ່ານໝໍ Soeijima Nozomi ໃນເວລາລາວເລີ່ມປະຕິບັດວຽກງານຊ່ວຍເຫຼືອຄົນເຈັບຟື້ນຟູອະໄວຍະວະດ້ວຍບັນດາເຄື່ອງມືຮັບໃຊ້ໃຫ້ແກ່ການຟິຊິກປິ່ນປົວພະຍາດ. ດ້ວຍປະສົບການ 9 ປີທີ່ໄດ້ເຮັດວຽກຢູ່ໂຮງໝໍຟື້ນຟູອະໄວຍະວະ Kokura ຍີ່ປຸ່ນ, ທ່ານໝໍ Soeijima Nozomi ໄດ້ ນຳໃຊ້ວິທີການຟິຊິກປິ່ນປົວພະຍາດຈຳນວນໜຶ່ງທີ່ທັນສະໄໝເພື່ອປິ່ນປົວພະຍາດໃຫ້ແກ່ບັນດາຄົນເຈັບ ຫວຽດນາມ.​

ທ່ານໝໍ Soeijima Nozomi ໃຫ້ຮູ້ວ່າ: “ຢູ່ ຍີ່ປຸ່ນ, ຄົນເຈັບ ສ່ວນຫຼາຍຈະເຮັດວຽກງານສ່ວນຕົວໂດຍຕົນເອງ ພາຍຫຼັງທີ່ໄດ້ຮັບການປິ່ນປົວພະຍາດ, ແຕ່ຄົນເຈັບຢູ່ ຫວຽດນາມ ຈະມັກມີພີ່ນ້ອງມາເຮັດຊ່ວຍ, ເພາະສະນັ້ນ ການຟື້ນຟູອະໄວ ຍະວະຂອງເຂົາເຈົ້າບາງເທື່ອຈະຊ້າກວ່າ. ຂ້າພະເຈົ້າມັກເວົ້າ ກັບຄົນເຈັບວ່າ ຄວນພະຍາຍາມເຮັດວຽກງານສ່ວນຕົວ ໂດຍຕົນເອງ ເພື່ອຊ່ວຍເຮັດໃຫ້ການຟື້ນຟູໄຂຂຶ້ນໄດ້ດີກວ່າ”. 


ທ່ານໝໍ Soeijima Nozomi ໄດ້ແຕ່ງໄປເຮັດວຽກທີ່ສູນກາງ
ຟື້ນຟູອະໄວຍະວະ ຂອງໂຮງໝໍ ແບກມາຍ (ຮ່າໂນ້ຍ) ແຕ່ປີ 2016 ຕາມແຜນການສົ່ງອາສາສະໝັກຂອງອົງການຮ່ວມມື
ສາກົນ ຍີ່ປຸ່ນ JICA.



ທ່ານໝໍ Soeijima Nozomi ໄດ້ເຮັດວຽກພ້ອມກັບບັນດາທ່ານໝໍ, ນາຍແພດຂອງສູນກາງຟື້ນຟູອະໄວຍະວະຂອງ
ໂຮງໝໍ ແບກມາຍ (ຮ່າໂນ້ຍ).



ນອກຈາກບັນດາເຄື່ອງມີຮັບໃຊ້ໃຫ້ແກ່ການປິ່ນປົວພະຍາດ
ທີ່ມີພ້ອມຂອງສູນກາງຟື້ນຟູອະໄວຍະວະຂອງ ໂຮງໝໍ ແບກມາຍ, ທ່ານໝໍ Soeijima Nozomi ຍັງເອົາມາ ນຳເຄື່ອງ
ມືພິເສດຈຳນວນໜຶ່ງຂອງຕົນ ເພື່ອຮັບໃຊ້ໃຫ້ແກ່ການປິ່ນປົວ ພະຍາດ.



ຈອກໜ່ວຍໜຶ່ງໄດ້ອອກແບບເພື່ອໃຫ້ຄົນເຈັບເຝິກແອບການ
ຈັບຈອກ ແລະ ຍົກຈອກຂຶ້ນ.



ບ່ວງ, ໄມ້ຖູ່ ແລະ ບັນດາເຄື່ອງມືຮັບໃຊ້ໃຫ້ແກ່ຊີວິດປະຈຳວັນ
ກໍ່ໄດ້ອອກແບບ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວປິ່ນປົວປະຍາດໃຫ້ແກ່ຄົນເຈັບ. 
ທ່ານໝໍ Soeijima Nozomi ໃຫ້ຮູ້ວ່າ ເຖິງວ່າ ບັນດາບົດເຝິກແອບຟື້ນຟູລະບົບກ້າມເນື້ອແມ່ນງ່າຍດາຍ, ແຕ່ມີປະສິດທິຜົນຕໍ່ການພື້ນຟູການເຄື່ອນເໜັງຂອງບັນດາຄົນເຈັບ, ພິເສດແມ່ນສຳລັບຄົນເຈັບທີ່ຕິດພະຍາດເກີດຂຶ້ນຢ່າງກະທັນຫັນຢູ່ເສັ້ນ ເລືອດໃນສະໝອງ ແລະ ຄົນເຈັບກະດູກສັນຫຼັງ. ການປະຕິບັດ ບັນດາບົດເຝິກແອບດັ່ງກ່າວ ຈະຊ່ວຍເຮັດໃຫ້ຄົນເຈັບສາມາດເຮັດວຽກງານສ່ວນຕົວໄດ້ໂດຍຕົນເອງ.

ຜ່ານການເຮັດວຽກນຳຄົນເຈັບ, ທ່ານໝໍ Soeijima Nozomi ໄດ້ຈັດຕາຕະລາງຕີລາຄາການຟື້ນຟູອະໄວຍະວະຂອງຄົນເຈັບໃຫ້ແທດ ເໝາະກັບຄົນ ຫວຽດນາມ. ພາຍຫຼັງການປິ່ນປົວ ພະຍາດມາເປັນເວລາ 1 ເດືອນ, ຖ້າຄົນເຈັບບັນລຸໄດ້ 90% ຕາມເປົ້າໝາຍທີ່ວາງອອກ ໝາຍຄວາມວ່າ ການຟື້ນຟູອະໄວຍະວະຂອງຄົນເຈັບໄຂຂຶ້ນເປັນຢ່າງດີ.​

ນາງ ຫງວຽນທິຖຸຍ, ແມ່ຂອງທ້າວ ຫງວຽນຫຶວຕວັນ (ອາຍຸ 9 ປີ, ຖືກຂາດສາຍເອັນຂອງມືຊ້າຍ) ໃຫ້ຮູ້ວ່າ: “ທ່ານໝໍ Soeijima Nozomi ຢູ່ຢ່າງປອງດອງ, ມີຄວາມສະໜິດສະໜົມ, ໃກ້ຊິດກັບຄົນເຈັບ. ຫຼັງຈາກສິ້ນສຸດການປິ່ນປົວ ພະຍາດຢູ່ໂຮງໝໍ, ລາວຍັງແນະນຳບັນດາບົດເຝິກແອບທີ່ຈຳເປັນ ໃຫ້ຄົນເຈັບຝຶກຢູ່ເຮືອນຕື່ມອີກ. ລູກຊາຍຂອງ ຂ້າພະເຈົ້າຟຶ້ນຟູໂດຍໄວ ຫຼັງຈາກທີ່ໄດ້ຮັບການປິ່ນປົວຂອງ ລາວ”. 


ທ່ານໝໍ Soeijima Nozomi ພວມຊ່ວຍຄົນເຈັບເຝິກແອບ ການຟື້ນຟູຄວາມສາມາດໃນການຈັບ ແລະ ເຄື່ອນຍ້າຍ ວັດຖຸສິ່ງຂອງ.


ທ່ານໝໍ Soeijima Nozomi ພວມຊ່ວຍຄົນເຈັບເຝິກແອບ
ການຟື້ນຟູຄວາມສາມາດໃນການຄີບອາຫານດ້ວຍໄມ້ຖູ່.



ທ່ານໝໍ Soeijima Nozomi ພວມຊ່ວຍຄົນເຈັບເຝິກແອບ
ການຟື້ນຟູຄວາມສາມາດໃນບັນດາການເຄື່ອນໄຫວອະນາໄມສ່ວນຕົວ.



ທ່ານໝໍ Soeijima Nozomi ພວມຊ່ວຍຄົນເຈັບເຮັດບົດ
ກວດກາກ່ຽວກັບການຮັບຮູ້, ສັງເກດບັນດາວັດຖຸສິ່ງຂອງ ແລະ ໂຕສັດ.



ທ່ານໝໍ Soeijima Nozomi ຢູ່ຢ່າງປອງດອງ, ມີຄວາມ ສະໜິດສະໜົມ, ໃກ້ຊິດກັບບັນດາຄົນເຈັບຂອງສູນກາງຟື້ນຟູ
ອະໄວຍະວະຂອງໂຮງໝໍ ແບກມາຍ.



ດ້ວຍປະສົບການ 9 ປີທີ່ໄດ້ເຮັດວຽກຢູ່ໂຮງໝໍຟື້ນຟູ
ອະໄວຍະວະ Kokura ຍີ່ປຸ່ນ, ທ່ານໝໍ Soeijima Nozomi ໄດ້ ນຳໃຊ້ວິທີການຟິຊິກປິ່ນປົວພະຍາດຈຳນວນໜຶ່ງ
ທີ່ທັນສະໄໝເພື່ອປິ່ນປົວພະຍາດໃຫ້ແກ່ບັນດາຄົນເຈັບ ຫວຽດນາມ.​

ທ້າວ ຫງວຽນແທ່ງນາມ-ພະນັກງານຂອງສູນກາງຟື້ນຟູອະໄວຍະວະ (ໂຮງໝໍ ແບກມາຍ) ໃຫ້ຮູ້ວ່າ: ທ່ານໝໍ Soeijima Nozomi ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານປິ່ນປົວໂດຍກົງໃຫ້ແກ່ຄົນເຈັບ, ຊ່ວຍເຫຼືອບັນດານັກເຕັກນິກຂອງສູນກາງ. ຄວາມຮູ້ ແລະ ປະສົບການຂອງລາວ ປະກອບສ່ວນເຮັດໃຫ້ການປິ່ນປົວຟື້ນຟູອະໄວຍະວະໃຫ້ແກ່ບັນດາຄົນເຈັບຂອງໂຮງໝໍ ມີຫຼາກຫຼາຍວິທີການ.

ທ່ານໝໍ Soeijima Nozomi ໃຫ້ຮູ້ວ່າ: “ມີຄົນເຈັບຫຼາຍຄົນໄດ້ກັບມານີ້ ເພື່ອປິ່ນປົວພະຍາດ, ເຂົາເຈົ້າມັກຊື້ໝາກໄມ້ມາຕ້ອນໃຫ້ຂ້າພະເຈົ້າ, ສິ່ງດັ່ງກ່າວໄດ້ເຮັດໃຫ້ຂ້າພະເຈົ້າຮູ້ສຶກສະເທືອນໃຈຫຼາຍ. 2 ປີທີ່ເຮັດວຽກຢູ່ທີ່ນີ້ ເຮັດໃຫ້ຂ້າພະເຈົ້າ ສາມາດເວົ້າພາສາ ຫວຽດ ໄດ້ໜ້ອຍໜຶ່ງ. ການໄປທ່ຽວຊ່ວຍເຮັດໃຫ້ຂ້າພະເຈົ້າມີຄວາມຮູ້ຄວາມເຈົ້າໃຈກ່ຽວກັບປະເທດ ຫວຽດນາມ ຫຼາຍກວ່າ”. 
 
ບົດ: ເງິນຮ່າ - ພາບ: ກົງດາດ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

Top