• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຂົ້າຮ່ວມພິທີສະເຫລີມສະຫລອງ 1050 ປີແຫ່ງວັນສ້າງລັດດ້າຍໂກ່ຫວຽດຢູ່ນີງບີງ

ພິທີສະເຫລີມສະຫລອງ 1050 ປີແຫ່ງວັນສ້າງລັດດ້າຍໂກ່ຫວຽດ ດຳເນີນໃນຕອນຄ່ຳວັນທີ 24 ເມສາ ຢູ່ເຂດປູຊະນີຍະສະຖານປະຫວັດສາດວັດທະນະທຳ ກຸງເກົ່າຮວາລື ຕາແສງ ເຈື່ອງອຽນ ເມືອງຮວາລື ແຂວງ ນີງບີງ.


ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພ້ອມກັບອະດີດການນຳພັກ, ລັດເຂົ້າຮ່ວມພິທີ

ພາບ:baoninhbinh

ເຂົ້າຮ່ວມພິທີ ມີທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ທ່ານ ຫງວຽນວັນເຖືອງ ຫົວຫນ້າຄະນະໂຄສະນາສຶກສາສູນກາງ ພ້ອມກັບການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ, ຜູ້ຕາງຫນ້າບັນດາກະຊວງ, ຄະນະ, ຂະແຫນງການຢູ່ສູນກາງ, ແຂວງ ນີງບີງ ແລະ ປະຊາຊົນທ້ອງຖິ່ນເປັນຈຳນວນຫລວງຫລາຍ.

ໃນສູນທອນໄຂພິທີສະເຫລີມສະຫລອງ, ທ່ານນາງ ຫງວຽນທິແທງ, ເລຂາພັກແຂວງ ນີງບີງ ໄດ້ເນັ້ນຫນັກເຖິງທີ່ຕັ້ງບົດບາດຂອງລັດດ້າຍໂກ່ຫວຽດ, ຄຸນງາມຄວາມດີໃນການປະກອບສ່ວນຂອງເຈົ້າຊີວິດ ດີງຕຽນຮ່ວາງ ໃນວິວັດທະນາການປະຫວັດສາດຂອງຊາດ, ບັນດາຜົນງານຂອງກອງທັບ ແລະ ປະຊາຊົນ ແຂວງ ນີງບີງ ໃນວິວັດການສ້າງສາ ແລະ ປົກປັກຮັກສາປະເທດຊາດ ກໍ່ຄືໃນກິດຈະການປ່ຽນແປງໃຫມ່ປະຈຸບັນ.

(ແຫຼ່ງຄັດຈາກ VOV)


ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top