• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ໂອ້ລົມທາງໂທລະສັບ

ຕອນເຊົ້າວັນທີ 24 ກັນຍາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທາປະເທດ ຈີນ ສີຈີ້ນຜິງ. (ພາບ: TTXVN)

ທີ່ການໂອ້ລົມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງຄວາມຂອບໃຈເລື່ອງ ຈີນ ໄດ້ແບ່ງປັນບົດຮຽນ, ໜູນຊ່ວຍວັກຊິນໃຫ້ແກ່ຫວຽດນາມ, ທ່ານປາດຖະໜາວ່າ 2 ຝ່າຍຈະສືບຕໍ່ສະຫງວນບຸລິມະສິດສູງ ໃຫ້ແກ່ການຜັນຂະຫຍາຍການຮ່ວມມືປ້ອງກັນ ຕ້ານໂລກລະບາດໂຄວິດ-19 ແລະ ການຟື້ນຟູ, ພັດທະນາຫຼັງໂລກລະບາດ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ 2 ຝ່າຍ ຈົ່ງສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງການຄ້າເສລີ ແລະ ເສດຖະກິດເຂດຊາຍແດນ; ສືບຕໍ່ຍູ້ໄວລະບຽບການສະໜອງໜັງສືອະນຸຍາດ ໃຫ້ນຳເຂົ້າປະລິດຕະພັນກະເສດທີ່ມີທ່າແຮງບາງປະເພດຂອງຫວຽດນາມ, ພ້ອມກັນນັ້ນ ແມ່ນສືບຕໍ່ຍູ້ແຮງການພົບປະແລກປ່ຽນປະຊາຊົນທຸກຂັ້ນພາຍໃຕ້ຮູບການຕ່າງໆ; ສະເໜີໃຫ້ 2 ຝ່າຍ ຈົ່ງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ກ່ຽວກັບການຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ, ປະຕິບັດບັນດາເອກະສານນິຕິກຳກ່ຽວກັບເຂດຊາຍແດນທາງບົກລະຫວ່າງ 2 ປະເທດຢ່າງເຂັ້ມງວດ, ສ້າງເຂດຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ; ສືບຕໍ່ຍົກສູງປະສິດທິຜົນການຮ່ວມມືທາງທະເລ, ຊຸກຍູ້ການປຶກສາຫາລື, ເຈລະຈາກ່ຽວກັບການດຳເນີນການປັກຫຼັກໝາຍ ແລະ ຜັນຂະຫຍາຍການຮ່ວມມື, ແກ້ໄຂບັນດາບັນຫາທາງທະເລຢ່າງສົມເຫດສົມຜົນ, ສົມທົບກັນຢ່າງມີປະສິດທິຜົນ, ພ້ອມກັບອາຊຽນ ຕັ້ງໜ້າມານະພະຍາຍາມ ໃນການເຈລະຈາສ້າງກົດແຫ່ງການປະພຶດ ຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງແທດຈິງ, ມີປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ສະແດງຄວາມປາດຖະໜາ ແລະ ພ້ອມແລ້ວທີ່ຈະພ້ອມກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ 2 ປະເທດ; ເຫັນດີກ່ຽວກັບການເພີ່ມທະວີການແລກປ່ຽນຂັ້ນສູງ, ຮ່ວມມືກັນຢ່າງເລິກເຊິ່ງ ແທດຈິງໃນຫຼາຍຂົງເຂດ, ແກ້ໄຂບັນດາບັນຫາທາງທະເລຢ່າງສົມເຫດສົມຜົນ. ພ້ອມທັງຖືວ່າ, ໃນສະພາບຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19, 2 ຝ່າຍຄວນຮັກສາການແລກປ່ຽນ, ພົບປະທຸກຂັ້ນເປັນປະຈຳ, ສ້າງເປັນບັນດາຈຸດໃໝ່ໃນການຮ່ວມມືລະຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top