• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

      ເຂົ້າຮ່ວມກອງປະຊຸມ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານ ການສໍ້ລາດບັງຫຼວງ ໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ ຮ່າງບົດລາຍງານຄວາມຄືບໜ້າ, ໝາກຜົນຂອງການປະຕິບັດໂຄງການປະຕິບັດງານຂອງ ຄະນະຊີ້ນຳ ໃນໄລຍະ6 ເດືອນທີ່ຜ່ານມາ
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເປັນປະທານກອງປະຊຸມ
      ວັນທີ 5 ສິງຫາ, ຢູ່ສຳນັກງານສູນກາງພັກ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ຈັດກອງປະຊຸມຄັ້ງທີ 20 ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝຸຈ້ອງ, ຫົວໜ້າຄະນະຊີ້ນຳ. ນີ້ແມ່ນກອງປະຊຸມຄັ້ງທຳອິດຂອງ ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ອາຍຸການ ຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ໂດຍໄດ້ດຳເນີນໃນສະພາບການໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນ, ແຜ່ລະບາດຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ.
        ເຂົ້າຮ່ວມກອງປະຊຸມ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານ ການສໍ້ລາດບັງຫຼວງ ໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ ຮ່າງບົດລາຍງານຄວາມຄືບໜ້າ, ໝາກຜົນຂອງການປະຕິບັດໂຄງການປະຕິບັດງານຂອງ ຄະນະຊີ້ນຳ ໃນໄລຍະ6 ເດືອນທີ່ຜ່ານມາ, ຜັນຂະຫຍາຍໜ້າທີ່ໃນຊຸມເດືອນທ້າຍປີ, ລາຍງານໝາກຜົນຂອງການຊີ້ນຳ, ແກ້ໄຂບັນດາເຫດການ, ຄະດີ ໂດຍຄະນະຊີ້ນຳຕິດຕາມ, ຊີ້ນຳ, ແຜນຮ່າງ “ປັບປຸງ, ເພີ່ມເຕີມພາລະໜ້າທີ່, ສິດອຳນາດຂອງ ຄະນະຊີ້ນຳສູງການກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ”, ຮ່າງຂໍ້ກຳນົດກ່ຽວກັບການເຄື່ອນໄຫວກວດກາ, ຕິດຕາມວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງຄະນະຊີ້ນຳ.
 (ແຫຼ່ງຄັດຈາກ VOV)
 

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top