• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຟຸຈ້ອງເຂົ້າຮ່ວມລາຍການ “ກຳລັງແຮງມະນຸດສະທຳ2019”

ຕອນຄ່ຳວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ໄດ້ເຂົ້າຮ່ວມລາຍການ “ກຳລັງແຮງມະນຸດສະທຳ 2019” ດ້ວຍຫົວຂໍ້ວ່າ “ວັນບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”.


ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ, ກ່າວຄຳເຫັນທີ່ພິທີ

 

(ພາບ: TTXVN)

ໂດຍສະພາກາແດງຫວຽດນາມ ຈັດຕັ້ງລາຍການເພື່ອແນໃສ່ຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ສ່ວນບຸກຄົນ, ບັນດາຜູ້ມີຈິດໃຈເມດຕາ ໃນທົ່ວປະເທດຮ່ວມແຮງຮ່ວມໃຈໜູນຊ່ວຍຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ ໄດ້ຕ້ອນຮັບວັນບຸນເຕັດຢ່າງເບີກບ່ານມ່ວນຊື່ນ.  ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ, ປະທານກິດຕິມະສັກສະພາກາແດງຫວຽດນາມ, ເນັ້ນໜັກວ່າ.

        “ຂ້າພະເຈົ້າຕີລາຄາສູງຂໍ້ລິເລີ່ມຂອງສະພາກາແດງຫວຽດນາມ ທີ່ໄດ້ຈັດຕັ້ງເຫດການ “ກຳລັງແຮງມະນຸດສະທຳ” ໃນແຕ່ລະປີດ້ວຍຈຸດປະສົງອັນດີງາມ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ຂອບໃຈບັນດາການປະກອບສ່ວນທີ່ສຳຄັນຂອງຖັນແຖວພະນັກງານ, ສະມາຊິກສະພາກາແດງ, ສະມາຊິກອາສາສະໝັກ, ຊາວໜຸ່ມເຍົາວະຊົນສະພາກາແດງ, ການປະກອບສ່ວນຂອງທຸກຂັ້ນ, ທຸກຂະແໜງການ, ປະຊາຊົນທຸກຊັ້ນວັນນະທີ່ໄດ້ປະກອບສ່ວນໃຫ້ແກ່ວຽກງານການກຸສົນ ແລະ ການເຄື່ອນໄຫວຂອງສະພາກາແດງໃນຊຸມປີຜ່ານມາ. ຜ່ານນັ້ນ, ມີຜູ້ປະສົບກັບຄວາມຫຍຸ້ງຍາກນັບລ້ານຄົນ ໄດ້ມີຊີວິດຊີວາ ແລະ ບືນຕົນຂຶ້ນໃນການດຳລົງຊີວິດ”.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ຮຽກຮ້ອງໃຫ້ບັນດາສຳນັກງານ, ອົງການຈັດຕັ້ງ, ວິສາຫະກິດ, ຜູ້ມີຈິດໃຈເມດຕາ ແລະ ປະຊາຊົນທຸກຊັ້ນວັນນະສືບຕໍ່ພ້ອມກັບສະພາກາແດງຫວຽດນາມ ຮ່ວມແຮງຮ່ວມໃຈພ້ອມກັບພັກ, ລັດ ໜູນຊ່ວຍຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກໃນສັງຄົມຢ່າງມີປະສິດທິຜົນກວ່າອີກ.

 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top