• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມຕ້ອນຮັບຄະນະຜູ້ແທນພັກກອມມູນິດຍີ່ປຸ່ນ

ຕອນບ່າຍວັນທີ 18 ທັນວາ ຢູ່ ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Kazuo Shii ປະທານ ຄະນະປະທານ ຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ປຸ່ນ ນຳຫນ້າຄະນະຜູ້ແທນຂັ້ນສູງພັກກອມມູນິດ ຍີ່ປຸ່ນ ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.


ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຕ້ອນຮັບທ່ານ Kazuo Shii ປະທານ ຄະນະປະທານ ຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ປຸ່ນ

ພາບ: TTXVN

ນະທີ່ນີ້ ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ເນັ້ນຫນັກວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືການພົວພັນຮ່ວມມື, ມິດຕະພາບທີ່ເປັນມູນເຊື້ອກັບພັກກອມມູນິດ ຍີ່ປຸ່ນເປັນສຳຄັນ;  ສະເຫນີ ສອງພັກ ສືບຕໍ່ຍູ້ແຮງການຮ່ວມມື, ເພີ່ມທະວີການແລກປ່ຽນທິດສະດີ ແລະບົດຮຽນພຶດຕິກຳ ພ້ອມທັງສົມທົບກັນຢ່າງມີປະສິດທິຜົນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເພື່ອແນໃສ່ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.

 

ກ່ອນຫນ້ານັ້ນ ຕອນບ່າຍວັນດຽວກັນ ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານ ເຈີນກວັກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາ ເປັນຫົວຫນ້າຄະນະ ໄດ້ເຈລະຈາກັບຄະນະຜູ້ແທນພັກກອມມູນິດ ຍີ່ປຸ່ນ. ນະທີ່ນີ້ ສອງຝ່າຍ ເຫັນດີຍູ້ແຮງການພົບປະແລກປ່ຽນລະຫວ່າງສອງພັກ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ການສົມທົບກັນ ລະຫວ່າງສອງພັກໃນເວທີປາໄສຫລາຍຝ່າຍຂອງພັກ.   

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top