• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ລົງພົບປະກັບຜູ້ມີສິດເລືອກຕັ້ງພາຍຫລັງກອງປະຊຸມສະພາແຫ່ງຊາດຊຸດທີ 14

ຕອນເຊົ້າວັນທີ 17 ມິຖຸນາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ຊຸດທີ 14 ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ແທງຊວນ ແລະ ຮ່າດົງ, ເພື່ອປະກາດໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14.
 
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງພາຍຫລັງກອງປະຊຸມສະພາແຫ່ງຊາດຊຸດທີ 14

ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງ ໄດ້ຕີລາຄາສູງໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14 ໃນຄັ້ງນີ້, ພິເສດແມ່ນ ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍ 7 ສະບັບ ແລະ ມະຕິ 8 ສະບັບ, ແນໃສ່ປັບປຸງລະບົບກົດໝາຍກ່ຽວກັບການພັດທະນາເສດຖະກິດ, ສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ; ເພີ່ມທະວີກຳລັງຄວາມສາມາດດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດຊາດ…ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ: ຄະນະສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ຈະຮັບເອົາຄຳຄິດເຫັນຢ່າງຄົບຖ້ວຍ ແລະ ຈະຍື່ນສະເໜີຕໍ່ສະພາແຫ່ງຊາດ ແລະ ບັນດາອົງການທີ່ກ່ຽວຂ້ອງແກ້ໄຂ.

        ເມື່ອແລກປ່ຽນກັບຜູ້ມີສິດເລືອກຕັ້ງກ່ຽວກັບຮ່າງກົດໝາຍວ່າດ້ວຍຫົວໜ່ວຍບໍລິຫານເສດຖະກິດພິເສດ ຊຶ່ງສະພາແຫ່ງຊາດໃຫ້ຄຳເຫັນທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ: ໃນຊຸມປີ 90 ຂອງສະຕະວັດກ່ອນ, ຫວຽດນາມ ໄດ້ມີແຜນນະໂຍບາຍກໍ່ສ້າງເຂດເສດຖະກິດພິເສດ.

        “ຍ້ອນວ່າ ນີ້ແມ່ນບັນຫາຍາກທີ່ສຸດ, ໃໝ່ອ່ຽມ, ມີຄວາມສະດຸ້ງໄວ, ສຳຄັນ, ດັ່ງນັ້ນ ພວກເຮົາຕ້ອງປະຕິບັດຢ່າງລະມັດລະວັງ, ຕ້ອງປຶກສາຫາລືຜ່ານກອງປະຊຸມສະໄໝສາມັນຫລາຍເທື່ອ. ດ້ວຍຄວາມເຫັນດີເປັນເອກະພາບສູງພໍສົມຄວນ, ພ້ອມແລ້ວທີ່ຈະຮັບການຮັບຮອງເອົາໃນກອງປະຊຸມສະໄໝສາມັນຄັ້ງນີ້. ແຕ່ຍັງມີບາງຄຳຄິດເຫັນປະກອບ, ດັ່ງນັ້ນ ພັກ, ລັດ, ສະພາແຫ່ງຊາດຮັບຟັງ, ຮັບເອົາ, ຍາມໃດສຳເລັດເປັນຢ່າງດີ ຈຶ່ງຮັບຮອງເອົາ 

        ທ່ານເລຂາທິການໃຫຍ່ຮຽກຮ້ອງຜູ້ມີສິດເລືອກຕັ້ງມີຄວາມເຊື່ອໝັ້ນຕໍ່ການຊີ້ນຳນຳພາຂອງພັກ, ລັດ, ບໍ່ປະໃຫ້ນ້ຳໃຈຮັກຊາດຖືກສວຍໃຊ້, ບໍ່ຟັງຄວາມພວກຄົນທີ່ບໍ່ດີປຸກປັ່ນຍຸແຍ່.

 (ແຫຼ່ງຄັດຈາກ VOV)


ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top