• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ, ລາວ

      ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ແມ່ຂອງ - ລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມພິເສດ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ ກ່ຽວກັບການຮ່ວມມືຮັບມື COVID - 19 ຈັດຕັ້ງຢູ່ ນະຄອນຫຼວງ ວຽງຈັນ, ຕອນບ່າຍວັນທີ 19 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ມີການພົບປະກັບ ທ່ານ ຫວາງ ອີ້ລັດຖະມົນຕີກະຊວງການຕ່າງປະເທດ ຈີນ. 
            ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ສະເໜີໃຫ້ສອງຝ່າຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ບັນດາການຢ້ຽມຢາມ, ພົບປະຂັ້ນສູງ, ຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດໃຫ້ເປັນຢ່າງດີ; ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດ.
            ກ່ຽວກັບບັນຫາຢູ່ທະເລ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ສົມທົບກັບ  ຈີນ ແລະ ບັນດາປະເທດຊອກຫາມາດຕະການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ສ້າງຄວາມສະດວກເພື່ອເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ບັນລຸໄດ້ໝາກຜົນຢ່າງແທດຈິງ, ເໝາະສົມກັບກົດໝາຍສາກົນ.
            ທ່ານ ຫວາງອີ້ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ຈີນ ຈະຕັ້ງໜ້າສົມທົບກັນແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໃນບັນດາໂຄງການການຮ່ວມມືລະຫ່ວາງສອງປະເທດ ແລະ ຫວັງວ່າສອງຝ່າຍຈະສືບຕໍ່ຮ່ວມມືຢ່າງແທດຈິງໃນບັນດາຂົງເຂດ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ  ແລະ ທ່ານສະເຫລີມໄຊ ກົມມະສິດ  ລັດຖະມົນຕີກະຊວງການຕ່າງປະເທດ ລາວ (ພາບ: VGP)
      ທີ່ການພົບປະສອງຝ່າຍກັບ ທ່ານສະເຫລີມໄຊ ກົມມະສິດ  ລັດຖະມົນຕີກະຊວງການຕ່າງປະເທດ ລາວ, ລັດຖະມົນຕີສອງທ່ານໄດ້ຕີລາຄາສູງຜົນການເຄື່ອນໄຫວການຕ່າງປະເທດສຳຄັນຂອງປະເທດທີໄດ້ດຳເນີນໃນມໍ່ໆມານີ້; ເຫັນດີຜັນຂະຫຍາຍປະສິດທິຜົນຂອງຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫ່ວາງສອງກະຊວງການຕ່າງປະເທດໄລຍະ 2014-2020; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສພື້ນຖານ ແລະ ສາກົນ, ເປັນຕົ້ນແມ່ນໃນປີ 2020 ເມື່ອ ຫວຽດນາມ ດຳລົງຕຳແໜ່ງເປັນປະທານ ອາຊຽນ ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນຂະນະທີ່ ລາວ ແມ່ນປະເທດເຈົ້າພາບຂອງຫຼາຍກົນໄກອະນຸພື້ນຖານ ແມ່ຂອງ ສຳຄັນ ແລະ ແມ່ນປະເທດປະສານງານການພົວພັນ ອາຊຽນ - ອາເມລິກາ.
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top