• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງຕ້ອນຮັບຄະນະຜູ້ແທນ FEC

ຫວຽດນາມ ປາດຖະໜາຢາກໃຫ້ບັນດານັກລົງທຶນຍີ່ປຸ່ນ ສືບຕໍ່ເປີດກວ້າງການລົງທຶນ, ຮ່ວມມືກັບບັນດາວິສາຫະກິດຫວຽດນາມ ເພື່ອລົງທຶນເຂົ້າບັນດາຂົງເຂດບຸລິມະສິດ.


ທ່ານຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງ ຕ້ອນຮັບທ່ານ Onoi Yoshikiຄະນະຜູ້ແທນ FEC

(ພາບ: TTXVN)


ວັນທີ 03 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ໃຫ້ການຕ້ອນຮັບບັນດາສະມາຊິກຂອງສະພາຊຸກຍູ້ການພົວພັນແລກປ່ຽນປະຊາຊົນຍີ່ປຸ່ນ (FEC) ໂດຍທ່ານ Onoi Yoshiki, ຮອງປະທານສະພານຳໜ້າ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ ປາດຖະໜາຢາກໃຫ້ບັນດານັກລົງທຶນຍີ່ປຸ່ນ ສືບຕໍ່ເປີດກວ້າງການລົງທຶນ, ຮ່ວມມືກັບບັນດາວິສາຫະກິດຫວຽດນາມ ເພື່ອລົງທຶນເຂົ້າບັນດາຂົງເຂດບຸລິມະສິດຄື: ຜະລິດເຄື່ອງຈັກກະສິກຳ, ປຸງແຕ່ງຜະລິດຕະພັນກະເສດ, ສິນໃນນ້ຳ, ເອເລັກໂຕນິກ, ຕໍ່ກ່ຳປັ່ນ… ແລະ ບາງຂົງເຂດສຳຄັນຄືພື້ນຖານໂຄງລ່າງ, ພະລັງງານ, ອຸດສາຫະກຳໜູນຊ່ວຍ.

        ສ່ວນທ່ານ Onoi Yoshiki ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, FEC ຈະສືບຕໍ່ຍູ້ແຮງເລື່ອງຈັດສົ່ງບັນດາຄະນະວິສາຫະກິດຍີ່ປຸ່ນ ມາຫວຽດນາມ ເພື່ອຊອກຮູ້ກາລະໂອກາດລົງທຶນຢູ່ຫວຽດນາມ; ໜູນຊ່ວຍບັນດານັກລົງທຶນຫວຽດນາມ ໄປລົງທຶນຢູ່ຍີ່ປຸ່ນ ກໍຄືຈັດຕັ້ງບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ ເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່, ຮັດແໜ້ນບັນດາການພົວພັນລະຫວ່າງປະຊາຊົນ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top