• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ພົບປະເຈລະຈາກັບນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດ ລາວ

      ວັນທີ 25 ມິຖຸນາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽດຢູ່ ລາວ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ມີບັນດາການພົບປະເຈລະຈາກັບ ທ່ານ ນາຍົກລັດຖະມົນຕີ ລາວ ທອງລຸນ ສິສຸລິດ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ
ພົບປະເຈລະຈາກັບ ທ່ານ ນາຍົກລັດຖະມົນຕີ ລາວ ທອງລຸນ ສິສຸລິດ 
(ພາບ: VGP)
       ທີ່ການພົບປະສົນທະນາກັບທ່ານ ນາຍົກລັດຖະມົນຕີ ລາວ ທອງລຸນ ສິສຸລິດ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງປາດຖະໜາວ່າ ສອງຝ່າຍຈະຮັກສາບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດການຮ່ວມມື, ສືບຕໍ່ປະຕິບັດບັນດາຂໍ້ຕົກລົງ, ສັນຍາລະຫວ່າງສອງປະເທດ, ສືບຕໍ່ສົມທົບກັນຄົ້ນຫາ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະ ຊີວິດຢູ່ ລາວ ກັບເມືອປະເທດ. ສ່ວນທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສິສຸລິດ ເຫັນດີສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ ມາຊອກຫາກາລະໂອກາດຮ່ວມມື ແລະ ຜັນຂະຫຍາຍບັນດາໂຄງການຢູ່ ລາວ; ຈັດຕັ້ງກອງປະຊຸມໂອ້ລົມສົນທະນາຄັ້ງທີ່ ສອງ ລະຫວ່າງ ນາຍົກລັດຖະມົນຕີ ລາວ ແລະ ວິສາຫະກິດ ຫວຽດນາມ ໂດຍໄວ, ຢັ້ງຢືນຈະສົມທົບກັນຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສູມທີ່ພວມໄດ້ຮັບການຜັນຂະຫຍາຍລະຫວ່າງ ສອງປະເທດ…
      (ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ  ກັບທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້)
      ທີ່ການພົບປະສົນທະນາກັບທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ໄດ້ລາຍງານ ຄວາມຄືບໜ້າຂອງຝ່າຍຫວຽດນາມ ຕໍ່ໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ, ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຖືເປັນສຳຄັນໂຄງການສຳຄັນນີ້, ປາດຖະໜາຢາກຮ່ວມມືກັບຝ່າຍ ລາວ ຢ່າງແໜ້ນແຟ້ນ ເພື່ອຮັບປະກັນການກໍ່ສ້າງໂຄງການໃຫ້ສຳເລັດ ແລະ ນຳເຂົ້າໃຂ້ການຖືກກຳນົດເວລາ, ດວ້ຍຄຸນນະພາບຄືຄວາມຫວັງຂອງການນຳຂັ້ນສູງສອງປະເທດ. ທ່ານຮອງນາຍົກລັດຖະມົນຕີກໍ່ສະເໜີໃຫ້ ທ່ານນາງປະທານສະພາແຫ່ງຊາດ ລາວ ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຫວຽດນາມທີ່ມີໂຄງການລົງທຶນຢູ່ ລາວ, ຜັນຂະຫຍາຍຢ່າງມີປະສິດທິຜົນຖືກຕາມຄຳໝັ້ນສັນຍາ ແລະ ປະຕິບັດຕາມກົດໝາຍຂອງ ລາວ. ສ່ວນ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢ່າທໍ່ຕູ້ ຢັ້ງຢືນວ່າຈະສົມທົບກັບສະພາແຫ່ງຊາດ ຫວຽດນາມ ຢ່າງແໜ້ນແຟ້ນເມື່ອ ຫວຽດນາມ ດຳລົງຕຳແໜ່ງເປັນປະທານ ອາຊຽນ ແລະ AIPA ໃນປີ 2020.
 (ແຫຼ່ງຄັດຈາກ VOV)

      

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top