• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ: ການພັດທະນາເຄືອຂ່າຍ 5G ມີຄວາມໝາຍສຳຄັນສຳລັບບັນດາປະເທດ ອາຊຽນ

      ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງໃຫ້ ບັນດາຜູ້ແທນໃຂອງປະເທດຕ່າງໆຄວນປຶກສາຫາລືເພື່ອຊອກຫາທິດທາງເດີນອັນແທດຈິງໃຫ້ແກ່ການພັດທະນາຂອງ 5G.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ  ຫວຽດນາມ (ພາບ: TTXVN) 
      ວັນທີ 22 ມີນາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ເປັນເຈົ້າພາບຈັດກອງປະຊຸມ ອາຊຽນ ກ່ຽວກັບການພັດທະນາເຄືອຂ່າຍ 5G ໂດຍມີການເຂົ້າຮ່ວມຂອງບັນດາຜູ້ແທນສາກົນຄື: ລັດຖະມົນຕີ, ການນຳບັນດາອົງການ ຄຸ້ມຄອງບໍລິຫານກ່ຽວກັບໂທລະຄົມມະນາຄົມ ຂອງບັນດາປະເທດ ອາຊຽນ ແລະ ບັນດາປະເທດຄູ່ເຈລະຈາ, ຜູ້ຕາງໜ້າຂອງບັນດາອົງການຈັດຕັ້ງສາກົນລົງເລິກຂະແໜງ, ການນຳຂອງບັນດາກຸ່ມບໍລິສັດແຖວໜ້າກ່ຽວກັບການຜະລິດ, ຂຸດຄົ້ນການບໍລິການໂທລະຄົມມະນາຄົມລະຫວ່າງສາກົນ ແລະ ຢູ່ພາຍໃນປະເທດ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ: ບັນດາປະເທດໃນປະຊາຄົມອາຊຽນ ຍາມໃດກໍ່ເຫັນດີນຳກັນເພື່ອສ້າງປະຊາຄົມ, ປະກອບສ່ວນເສີມສ້າງສັນຕິພາບ ແລະ ຄວາມວັດທະນາຖາວອນ ຂອງໂລກ. ທ່ານຮອງນາຍົກລັດຖະມົນຕີ ຖືວ່າ: ການພັດທະນາເຄືອຂ່າຍ 5G ບໍ່ພຽງແຕ່ແມ່ນບັນຫາກ່ຽວກັບວິທະຍາສາດ - ເຕັກໂນໂລຊີເທົ່ານັ້ນ ຫາກຍັງມີຄວາມໝາຍສຳຄັນສຳລັບການພັດທະນາຂອງ ຫວຽດນາມ ແລະ ປະເທດອື່ນໆ ອີກດ້ວຍ. ນີ້ບໍ່ພຽງແຕ່ແມ່ນບາດກ້າວບຸກທະລຸກ່ຽວກັບລະດັບຄວາມໄວເທົ່ານັ້ນຫາກຍັງກ່ຽວຂ້ອງການປ່ຽນແປງວິທີການຜະລິດຂອງໂລກພ້ອມກັບການພັດທະນາກະໂດດຂັ້ນຂອງເຕັກໂນໂລຊີຄອມພິວເຕີ, ພູມປັນຍາທຽມອີກດ້ວຍ. ດັ່ງນັ້ນ, ລັດຖະບານຄວນເປັນເຈົ້າການສະໜັບສະໜູນບັນດາວິສາຫະກິດເພື່ອໃຫ້ເຂົ້າເຈົ້າມີຄວາມໝັ້ນໃຈກ່ວາ ແລະ ຫຼຸດຜ່ອນຄວາມສ່ຽງ, ແທນທີ່ປະໃຫ້ເຕັກໂນໂລຊີໃໝ່ພັດທະນາຕົນມັນເອງ, ບັນດາວິສາຫະກິດຕ້ອງປ່ຽນແປງໃໝ່ດ້ວຍຕົວເອງ ແລະ ຊອກຫາທິດທາງດີນໃຫ້ແກຕົນ.
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top