• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບນາຍົກລັດຖະມົນຕີ ລາວ

ຕອນເຊົ້າວັນທີ 30 ມີນາ ທີ່ສຳນັກງານປະທານປະເທດ ຫວຽດນາມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ (GMS 6) ແລະ ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 (CLV 10).

ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ 

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດແຖວໜ້າໃຫ້ແກ່ການຮັກສາ ແລະ ເສີມຂະຫຍາຍສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ, ແລະ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສຸດຈິດສຸດໃຈສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດ ລາວ.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ມີຄວາມເຊື່ອໝັ້ນວ່າ ເສີມຂະຫຍາຍບັນດາຜົນສຳເລັດຂອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017 ຜ່ານມາ, ປີ 2018 ຈະແມ່ນປີທີ່ມີຄວາມສະດວກ ເພື່ອໃຫ້ 2 ປະເທດຮັດແໜ້ນ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ດ້ວຍບາດກ້າວພັດທະນາໃໝ່ຫລາຍຢ່າງ.


ທ່ານ ເຈີ່ນດ້າຍກວາງ ແລະ ທ່ານ ທອງລຸນ ສີສຸລິດ

ສ່ວນທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ສະເໜີ 2 ຝ່າຍຈົ່ງຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ຊຸກຍູ້ການຮ່ວມມືເຊື່ອມຕໍ່ 2 ພື້ນຖານເສດຖະກິດ, ເປັນຕົ້ນແມ່ນໃນຂົງເຂດຄົມມະນາຄົມ - ຂົນສົ່ງ, ພະລັງງານ, ເອົາໃຈໃສ່ເປັນພິເສດເຖິງບັນດາໂຄງການຈຸດສຸມ, ພ້ອມທັງ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫລາຍຝ່າຍ.

(ແຫຼ່ງຄັດຈາກ VOV)


ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top