• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເລີ່ມດຳເນີນລາຍການຢ້ຽມຢາມ ສະວິດ

      ຕອນເຊົ້າວັນທີ 26 ພະຈິກ (ຕາມເວລາ ສະວິດ), ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ ເຊີແນວ, ນະຄອນ ເຊີແນວ ແລະ ເລີ່ມດຳເນີນລາຍການຢ້ຽມຢາມ ສະຫະພັນ ສະວິດ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສະວິດ Guy Parmelin ຢ່າງເປັນທາງການ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ໄປຮອດສະໜາມບິນສາກົນ ເຊີແນວ, ນະຄອນ ເຊີແນວ (ພາບ: TTXVN)
      ໃນຂອບເຂດການຢ້ຽມຢາມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະມີການໂອ້ລົມສົນທະນາກັບທ່ານປະທານາທິບໍດີ ສະວິດ Guy Parmelin ແລະ ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ Andreas Aebi.
        ຢູ່ ເຊີແນວ, ຄາດວ່າ ທ່ານປະທານປະເທດຈະພົບປະກັບ ທ່ານນາງ Tatiana Valovaya ຜູ້ອຳນວຍການໃຫຍ່ ຫ້ອງການ ສປຊ ປະຈຳ ເຊີແນວ; ທ່ານ Edros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ; ທ່ານ Daren Tang  ຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາໂລກ (WIPO). ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງການຢ້ຽມຢາມຄັ້ງນີ້ ແມ່ນເວທີປາໄສວິສາຫະກິດຂັ້ນສູງ ຖືກຈັດຂຶ້ນພາຍໃຕ້ການເປັນປະທານຂອງການນຳສອງປະເທດ ແລະ ມີການເຂົ້າຮ່ວມຂອງການນຳວິສາຫະກິດ, ກຸ່ມບໍລິສັດແຖວໜ້າຂອງທັງ ສະວິດ ແລະ ຫວຽດນາມ. ຄາດວ່າ ໃນເວທີປາໄສດັ່ງກ່າວ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຈະເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງວິສາຫະກິດສອງປະເທດ.
(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top