• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີໄຂວາລະສົນທະນາຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76

ເຂົ້າຮ່ວມວາລະໄຂ ມີບັນດາປະມຸກລັດ ແລະ ຜູ້ຕາງໜ້າຂັ້ນສູງຂອງ 193 ປະເທດສະມາຊິກສະຫະປະຊາຊາດ.
ພິທີໄຂວາລະສົນທະນາຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76. (ພາບ: TTXVN)

ຕອນເຊົ້າວັນທີ 21 ກັນຍາ (ຕາມເວລາທ້ອງຖິ່ນ), ທີ່ສຳນັກງານສະຫະປະຊາຊາດຢູ່ ນິວຢອກ, ປະເທດອາເມລິກາ, ໄດ້ດຳເນີນພິທີໄຂວາລະສົນທະນາຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76 ດ້ວຍຫົວຂໍ້ “ພ້ອມກັນໝັ້ນໃຈ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ- ມຸ່ງໄປເຖິງການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19, ສ້າງຄວາມໝັ້ນຄົງຄືນໃໝ່, ປົກປ້ອງໜ່ວຍໂລກ, ຊຸກຍູ້ສິດທິມະນຸດ ແລະ ປັບປຸງສະຫະປະຊາຊາດ”. ເຂົ້າຮ່ວມວາລະໄຂ ມີບັນດາປະມຸກລັດ ແລະ ຜູ້ຕາງໜ້າຂັ້ນສູງຂອງ 193 ປະເທດສະມາຊິກສະຫະປະຊາຊາດ. ຄະນະຜູ້ແທນຫວຽດນາມ ໂດຍທ່ານປະທານປະເທດ ຫວຽນຊວັນຟຸກ ນຳໜ້າເຂົ້າຮ່ວມພິທີໄຂວາລະສົນທະນາສຳຄັນດັ່ງກ່າວ.

        ວາລະສົນທະນາຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76 ແມ່ນເຫດການສາກົນສຳຄັນແຖວໜ້າ, ເພື່ອໃຫ້ການນຳຂັ້ນສູງກວ່າ 100 ປະເທດໃນໂລກພ້ອມກັນປຶກສາຫາລື ແລະ ຍົກອອກບັນດາມາດຕະການແກ້ໄຂ, ຂໍ້ສະເໜີການກະທຳຫຼາຍຝ່າຍ ເພື່ອແນໃສ່ແກ້ໄຂບັນດາບັນຫາທົ່ວໂລກຄື: ຜົນກະທົບທີ່ແກ່ຍາວຂອງໂລກລະບາດໂຄວິດ-19, ການຟື້ນຟູ ແລະ ການພັດທະນາແບບຍືນຍົງ, ບັນດາຈຸດຮ້ອນເຮັ່ງຢູ່ບັນດາເຂດ ແລະ ບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່, ໃນນັ້ນມີການປ່ຽນແປງຂອງດິນຟ້າອາກາດ, ການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ…

        ວາລະສົນທະນາຮ່ວມຂັ້ນສູງນີ້ຈະສືບຕໍ່ດຳເນີນໄປຮອດວັນທີ 27 ກັນຍາ ແລະ ຕາມລາຍການແລ້ວ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະມີບົດກ່າວປາໄສສຳຄັນໃນຕອນບ່າຍວັນທີ 22 ກັນຍາ (ຕາມເວລານິວຢອກ).

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ຕອນບ່າຍວັນທີ 22/4, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ເນື່ອງໃນໂອກາດມາຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ 2024

Top