• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢ້ຽມຢາມ ສູນບໍາລຸງປິ່ນປົວສຸຂະພາບໃຫ້ທະຫານເສຍອົງຄະ ຢູ່ ແຂວງບາເຣ້ຍ-ຫວຸງເຕົາ

ບັນດາພະນັກງານຢູ່ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ມີຄວາມມານະພະຍາຍາມຫຼາຍຢ່າງ. 

ທ່ານ ປະທານປະເທດຫວຽດນາມ ເຈີນດ້າຍກວາງ ລົງຢ້ຽມຢາມ ສູນບໍາລຸງປິ່ນປົວສຸຂະພາບໃຫ້ທະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ລອງເດິດ

ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີ ແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ( 27/07/1947 – 27/07/2018), ຕອນບ່າຍວັນທີ 19 ກໍລະກົດ,ທ່ານ ປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ ທີ່ພວມໄດ້ຮັບການບໍາລຸງປິ່ນປົວຢູ່ ສູນບໍາລຸງປິ່ນປົວສຸຂະພາບໃຫ້ທະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ລອງເດິດ, ແຂວງບາເຣ້ຍ - ຫວຸງເຕົ່າ. ນະທີ່ນີ້,  ທ່ານປະທານປະເທດ ເຈິ່ນດ້າຍກວາງ ເນັ້ນໜັກວ່າ:

        “ຂ້າພະເຈົ້າຮູ້ວ່າ ບັນດາພະນັກງານຢູ່ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ມີຄວາມມານະພະຍາຍາມຫຼາຍຢ່າງ. ພ້ອມກັນນັ້ນຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງ ບາເຣ້ຍ - ຫວຸງເຕົ່າ ໄດ້ເອົາໃຈໃສ່ທີ່ສຸດ, ສົມທົບກັນເບິ່ງແຍງດູແລທະຫານເຈັບປ່ວຍ. ຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງ, ຈະສືບຕໍ່ເອົາໃຈໃສ່ໃຫ້ຫຼາຍກວ່າອີກ, ເບິ່ງແຍງດູແລສຸຂະພາບຂອງທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດຕິພີ່ນ້ອງບັນດາຄອບຄົວທະຫານເສຍສະຫຼະຊີວິດເພື່ອຊາດ ແລະ ບັນດາຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ໃຫ້ດີກວ່າອີກ. ຕ້ອງຖືນີ້ ແມ່ນຄວາມຮັບຜິດຊອບ ແລະ ແມ່ນພາລະໜ້າທີ່ຂອງພະນັກງານ, ສະມາຊິກພັກແຕ່ລະຄົນ. ພວກເຮົາຍິ່ງປະຕິບັດສິ່ງດັ່ງກ່າວໄດ້ດີເທົ່າໃດ ຍິ່ງມີຄວາມໝາຍສໍາຄັນເທົ່ານັ້ນ”.

        ທ່ານປະທານປະເທດ ເຈິ່ນດ້າຍກວາງ ປາດຖະໜາວ່າ ບັນດາກະຊວງ, ຂະແໜງການຂັ້ນສູນກາງ ຕະຫຼອດຮອດອົງການເຈົ້າໜ້າທີ່ຂອງແຂວງ ບາເຣ້ຍ - ຫວຸງເຕົ່າ, ພະນັກງານ, ພາລະກອນ ສູນບໍາລຸງປິ່ນປົວສຸຂະພາບໃຫ້ທະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ລອງເດິດ, ແຂວງບາເຣ້ຍ - ຫວຸງເຕົ່າ ນັບມື້ນັບມານະພະຍາຍາມ ປະຕິບັດໜ້າທີ່ອັນມີກຽດສະຫງ່ານີ້ ໃຫ້ດີກວ່າອີກ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top