• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມລັດຖະມົນຕີການເງິນ APEC

      ຕອນເຊົ້າວັນທີ 21 ຕຸລາ, ຢູ່ນະຄອນໂຮ້ຍອານ, ແຂວງກວາງນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ກອງປະຊຸມລັດຖະມົນຕີການເງິນ APEC.

ທ່ານນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມລັດຖະມົນຕີການເງິນ APEC
(ພາບ: TTXVN)
      ຕໍ່ໜ້າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ໄດ້ວາງອອກໃນປະຈຸບັນ, ທ່ານນາຍົກລັດຖະມົນຕີຖືວ່າ ບັນດາພື້ນຖານເສດຖະກິດ APEC ຄວນຮ່ວມແຮງຮ່ວມໃຈ, ຮ່ວມມືກັນປະດິດຄິດສ້າງຢ່າງ
ມີປະສິດທິຜົນ ເພື່ອພ້ອມກັນພັດທະນາວັດທະນາຖາວອນ ແລະ ຍືນຍົງ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາລັດຖະມົນຕີ ແລະ ຜູ້ແທນປຶກສາຫາລືບັນດາຫົວຂໍ້ບຸລິມະສິດ ທີ່ກອງປະຊຸມລັດຖະມົນຕີການເງິນ APEC 2017, ໃນນັ້ນມີຫົວຂໍ້ “ ການເງິນໃຫ້ພື້ນຖານໂຄງລ່າງ ” ເພື່ອແນໃສ່ເພີ່ມທະວີການເຂົ້າຮ່ວມຂອງພາກເອກະຊົນ ເຂົ້າໃນບັນດາໂຄງການລົງທຶນພື້ນຖານໂຄງລ່າງ, ເປັນຕົ້ນແມ່ນຮູບການຮ່ວມມືພາກລັດ ແລະ ພາກເອກະຊົນ ( PPP ); ຫົວຂໍ້ “ ຄວາມອ່ອນແອລົງຂອງພື້ນຖານ ພາສີອາກອນ ແລະ ເຄື່ອນຍ້າຍຜົນກຳໄລ ” ເພື່ອແນໃສ່ປັບປຸງກະແສທຶນ, ຍົກສູງລັກສະນະໂປ່ງໃສຂອງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ; ຫົວຂໍ້ “ ການເງິນ ແລະ ການປະກັນຄວາມສ່ຽງຈາກໄພພິບັດທຳມະຊາດ ” ເພື່ອແນໃສ່ສະກັດກັ້ນ ແລະ ຫຼຸດຜ່ອນການກະທົບຈາກໄພທຳມະຊາດ. ແລະ ຫົວຂໍ້ “ ການເງິນກວມລວມ ” ມຸ່ງໄປເຖິງການແບ່ງປັນບົດຮຽນ, ຂໍ້ສະເໜີແນະ, ນະໂຍບາຍແກ້ໄຂຄວາມຫຍຸ້ງຍາກໃນການສຳຜັດກັບສິນເຊື່ອ ແລະ ສະໜອງບັນດາການບໍລິການດ້ານການເງິນໃຫ້ປະຊາຊົນ, ບັນດາອົງການຈັດຕັ້ງວິສາຫະກິດ, ຊາວກະສິກອນ, ສະຫະກອນ, ປະກອບສ່ວນຫຼຸດຜ່ອນຄວາມທຸກຍາກ, ພັດທະນາໃຫ້ທົ່ວເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ
        “ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍແມ່ນໃຫຍ່ຫຼວງທີ່ສຸດ ເມື່ອບັນດາແຫຼ່ງກຳລັງດ້ານການເງິນຂອງພວກເຮົາຍັງຈຳກັດຢູ່. ສິ່ງດັ່ງກ່າວແມ່ນຮຽກຮ້ອງໃຫ້ພວກເຮົາຕ້ອງມີການຮ່ວມແຮງຮ່ວມໃຈກັນ, ທັງແມ່ນຄວາມມານະພະຍາຍາມຮັກສາສິ່ງແວດລ້ອມສັນຕິພາບ, ສະຖຽນລະພາບ, ທັງແມ່ນການແບ່ງປັນບົດຮຽນ, ຮ່ວມມືປະດິດຄິດສ້າງຢ່າງມີປະສິດທິຜົນ ເພື່ອພ້ອມກັນພັດທະນາວັດທະນາຖາວອນ ແລະ ຍືນຍົງ. ໃນໄລຍະຜ່ານມາ, ບັນດາລັດຖະມົນຕີການເງິນ APECໄດ້ຮ່ວມມືຢ່າງຕັ້ງໜ້າ, ມຸ່ງໄປເຖິງບັນດາເປົ້າໝາຍກ່ຽວກັບການຍູ້ແຮງຮ່ວມສຳພັນເສດຖະກິດຢ່າງເລິກເຊິ່ງ, ກວ້າງຂວາງ, ຊຸກຍູ້ການເຕີບໂຕຢ່າງມີຫົວຄິດປະດິດສ້າງ ແລະ ກວມລວມ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ. APEC 2017  ແມ່ນປີທຳອິດແຫ່ງການປະຕິບັດຍຸດທະສາດປ່ຽນແປງໃໝ່ວິວັດທະນາການລັດຖະມົນຕີການເງິນ APEC ”
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top