• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ31ແລະບັນດາກອງປະຊຸມກ່ຽວຂ້ອງ

      ຮຸ່ງເຊົ້າວັນທີ 15 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງມາຮອດຮ່າໂນ້ຍ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 ແລະ ບັນດາກອງປະຊຸມສຸດຍອດກ່ຽວຂ້ອງຢ່າງຈົບງາມ ຕາມຄຳເຊີນຂອງທ່ານປະທານາທິບໍດີ ຟີລີບປິນ Rodrigo Roa Duterte.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ 31
      ທີ່ກອງປະຊຸມດຳເນີນແຕ່ວັນທີ 12-14 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຄື່ອນໄຫວສອງຝ່າຍ ແລະ ຫລາຍຝ່າຍເກືອບ 30 ຄັ້ງ ສ້າງຂີດໝາຍກ່ຽວກັບການເຂົ້າຮ່ວມຢ່າງຕັ້ງຫນ້າ, ມີຄວາມຮັບຜິດຊອບຂອງຫວຽດນາມ, ປະກອບສ່ວນສ້າງ ອາຊຽນ “ສັນຕິພາບ, ສະຖຽນລະພາບ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, “ພາກພື້ນເປີດກວ້າງກັບພາຍນອກໃນປະຊາຄົມບັນດາປະຊາຊາດໃນທົ່ວໂລກ”. ພ້ອມກັບ Gala ພິເສດສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ, ພິທີໄຂ ແລະ ອັດ, ມອບໂອນບົດບາດປະທານອາຊຽນ ໃຫ້ແກ່ ສິງກະໂປ, ກອງປະຊຸມຄັ້ງນີ້ ມີ 10 ວາລະປະຊຸມເປັນທາງການ.
ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ: ໃນໄລຍະປະຈຸບັນ, ອາຊຽນ ຄວນໃຫ້ບຸລິມະສິດປະຕິບັດສາມຈຸດສຸມ. ທີຫນຶ່ງ ອາຊຽນ ຄວນສຸມໃສ່ເຂົ້າໃນຜົນປະໂຫຍດຂອງປະຊາຊົນ, ມານະພະຍາຍາມສ້າງສີສັນໃຫມ່ໃຫ້ຕົນຜ່ານການຊຸກຍູ້ບັນດາບັນຫາລວມ. ທ່ານນາຍົກລັດຖະມົນຕີ ສະເຫນີ ບັນດາເອກະສານຂອງກອງປະຊຸມສຸດຍອດຄັ້ງນີ້ ສ່ອງແສງຢ່າງຄົບຖ້ວນບັນດາຫລັກການ, ຫລັກໝັ້ນຄືໄດ້ສະແດງໃຫ້ເຫັນໃນແຈ້ງການຮ່ວມກອງປະຊຸມ AMM 50. ທ່ານນາຍົກລັດຖະມົນຕີ ພ້ອມກັບບັນດາການນຳ ຊົມເຊີຍ ອາຊຽນ ແລະ ຈີນ ໄດ້ຮັບຮອງເອົາກອບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (COC) ແລະ ສະເຫນີດຳເນີນການເຈລະຈາ COC ຢ່າງແທດຈິງ ໂດຍໄວ. ທ່ານນາຍົກລັດຖະມົນຕີ ປາດຖະຫນາຢາກບັນດາຄູ່ຮ່ວມມືສືບຕໍ່ປະກອບສ່ວນໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນ ຢູ່ ທະເລຕາເວັນອອກ ບົນຈິດໃຈເຄົາລົບກົດໝາຍ.
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມການພົບປະລະຫວ່າງ ນາຍົກລັດຖະມົນຕີ ສາມປະເທດກຳປູເຈຍ, ລາວ, ຫວຽດນາມ; ເຈລະຈາກັບທ່ານນາຍົກລັດຖະມົນຕີ ຈີນ ຫລີເຄີຊຽງ, ນາຍົກລັດຖະມົນຕີ ລັດເຊຍ D.Mevedev, ນາຍົກລັດຖະມົນຕີ ອິນເດຍ Narendra Modi, ຕ້ອນຮັບທ່ານເລຂາທິການໃຫຍ່ ສປຊ Antonio Guterres, ປະທານສະພາ ເອີລົບ Donald Tusk.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top