• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ຊູແອັດ

      ຕອນບ່າຍວັນທີ 22 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານນາງ ລັດຖະມົນຕີການຕ່າງປະເທດ ຊູແອັດ Margot Wallstrom, ພວມມີການຢ້ຽມຢາມ ຫວຽດນາມ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານນາງ Margot Wallstrom (ພາບ: TTXVN)
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມຊົມເຊີຍ ທ່ານ ນາງ ລັດຖະມົນຕີ ແລະ ຄະນະວິສາຫະກິດ ຊູແອັດ ມາຢ້ຽມຢາມ ຫວຽດນາມ. ທ່ານ ໃຫ້ຮູ້ວ່າ ປີ 2019 ສອງປະເທດຈະສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງສາຍພົວພັນທາງການທູດ, ທ່ານນາຍົກລັດຖະມົນຕີ ສະເໜີ ກະຊວງການຕ່າງປະເທດສອງປະເທດຮ່ວມມືກັນ, ຈັດຕັ້ງບັນດາເຫດການໃຫ້ສຳເລັດ, ໃນນັ້ນມີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຈັດຕັ້ງບັນດາສັບປະດາສາຍຮູບເງົາ, ສັບປະດາວັດທະນະທຳ, ກອງປະຊຸມສຳມະນາໂຄສະນາເຜີຍແຜ່ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ຮັດແໜ້ນນ້ຳໃຈຮັກແພງລະຫວ່າງປະຊາຊົນສອງປະເທດ.
        ທ່ານນາຍົກລັດຖະມົນຕີ ສະເໜີ ຊູແອັດ ຊຸກຍູ້ EU ລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - EU ໂດຍໄວ, ສ້າງຄວາມສະດວກໃຫ້ວິສາຫະກິດສອງຝ່າຍໄດ້ຮ່ວມມືກັນ ແລະ ເປີດກວ້າງການລົງທຶນດຳເນີນທຸລະກິດ.
        ສ່ວນ ທ່ານ ນາງ ລັດຖະມົນຕີ Margot Wallstrom ຢັ້ງຢືນວ່າ ຊູແອັດ ປາຖະໜາຢາກເປັນເພື່ອນມິດທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ, ປາຖະໜາຢາກປະກອບສ່ວນເຂົ້າໃນການພັດທະນາຂອງ ຫວຽດນາມ ໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top