• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມເວທີປາໄສ ວິສາຫະກິດ ຫວຽດນາມ - ອົດສະຕາລີ

ທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ບັນດາວິສາຫະກິດຂອງສອງປະເທດໄດ້ຊຸກຍູ້ການຮ່ວມມືຢ່າງແຮງ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ເວທີປາໄສ ວິສາຫະກິດ ຫວຽດນາມ - ອົດສະຕາລີ 
 

ຕອນບ່າຍວັນທີ 15 ມີນາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ  ໄດ້ເຂົ້າຮ່ວມ ເວທີປາໄສວິສາຫະກິດ ຫວຽດນາມ - ອົດສະຕາລີ. ເຂົ້າຮ່ວມ ຍັງມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິງ; ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ; ທ່ານ James McGrath ສະມາຊິກສະພາສູງ  ລັດຖະມົນຕີ - ຕາງໜ້າລັດຖະບານອົດສະຕາລີ, ການນຳກະຊວງ ແລະ ຂະແໜງການສອງປະເທດ.

  ທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ບັນດາວິສາຫະກິດ ຂອງສອງປະເທດໄດ້ຊຸກຍູ້ການຮ່ວມມືຢ່າງແຮງ. ອົດສະຕາລີໄດ້ລົງທຶນເຂົ້າຫວຽດນາມ  ກວ່າ 400 ໂຄງການ ດ້ວຍຍອດເງິນລົງທຶນ ປະມານ 2 ຕື້ໂດລາສະຫະລັດ ໃນຫຼາຍຂົງເຂດຄື ການປຸງແຕ່ງ, ການປະດິດສ້າງ, ກະສິກຳ, ເຄື່ອງປ່າຂອງດົ່ງ, ສິນໃນນ້ຳ, ສາທາລະນະສຸກ ແລະ ການສຶກສາ. ທ່ານນາຍົກລັດຖະມົນຕີ ກໍເນັ້ນໜັກວ່າ ອົດສະຕາລີແມ່ນສະຖານທີ່ມີຄວາມໄວ້ເນື້ອເຊື່ອໃຈ ຂອງວິສາຫະກິດຫວຽດນາມ ແລະ ປັດຈຸບັນພວມມີ 44 ໂຄງການ ດ້ວຍຍອດເງິນລົງທຶນແມ່ນ ກວ່າ 230 ລ້ານ ໂດລາສະຫະລັດ. ຖືວ່າ ວົງເງິນການຄ້າສອງສົ້ນຍັງຈຳກັດຢູ່ ໃນປີ 2017 ຫາກໍບັນລຸໄດ້ກວ່າ 6,5 ຕື້ໂດລາສະຫະລັດ. ທ່ານນາຍົກລັດຖະມົນຕີ ໃຫ້ຊີ້ແຈ້ງວ່າ:

        “ໃຜເປັນຜູ້ເຮັດໃຫ້ວົງເງິນການຄ້າເພີ່ມຂຶ້ນ? ຕົ້ນຕໍແມ່ນບັນດາວິສາຫະກິດ, ນັກທຸລະກິດເອງ ເຊິ່ງແມ່ນບັນດາພວກເພື່ອນ. ນອກຈາກນັ້ນ, ຍັງມີຫຼາຍວິສາຫະກິດນອນໃນ Top 500 ຂອງໂລກ ເປັນຄົນອົດສະຕາລີ ທີ່ຍັງບໍ່ມາລົງທຶນຢູ່ຫວຽດນາມເທື່ອ. ສິ່ງດັ່ງກ່າວ ແມ່ນສິ່ງທີ່ອົງການສົ່ງເສີມ ແລະ ອົງການທີ່ກ່ຽວຂ້ອງຄວນຊຸກຍູ້ ເພື່ອໃຫ້ ຍອດເງິນລົງທຶນເພີ່ມຂຶ້ນອີກ ແລະ ຂ້າພະເຈົ້າຫວັງວ່າ ພາຍຫຼັງກອງປະຊຸມສົ່ງເສີມຄັ້ງນີ້, ບັນດາວິສາຫະກິດຂອງອົດສະຕາລີຈະມາລົງທຶນຢູ່ຫວຽດນາມ, ຍ້ອນວ່າ ຫວຽດນາມກຳລັງເປັນຈຸດນັບພົບທີ່ເຕັມໄປດ້ວຍແງ່ຫວັງ”.

(ແຫຼ່ງຄັດຈາກ VOV)


ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top