• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມວັນບຸນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ

      ຕ່ອນຄ່ຳວັນທີ 17 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ ເຂົ້າຮ່ວມວັນບຸນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດກັບປະຊາຊົນທຸກຊັ້ນວັນນະຕາແສງ ດ້ຽນບຽນ ເມືອງ ບາດິ່ງ ຮ່າໂນ້ຍ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
      ໃນບັນຍາກາດແຫ່ງຄວາມສາມັກຄີ, ເບີກບານມ່ວນຊື່ນຂອງວັນບຸນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມມ່ວນຊື່ນ ເມື່ອໄດ້ເຂົ້າຮ່ວມວັນບຸນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດກັບປະຊາຊົນຕາແສງ ດ້ຽນບຽນ ຈຳນວນຫລວງຫລາຍ ແລະ ແບ່ງປັນບັນຍາກາດເບີກບານມ່ວນຊື່ນ, ພາກພູມໃຈຂອງປະຊາຊົນທຸກຊັ້ນວັນນະໃນຕາແສງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ວິວັດການພັດທະນາ ແລະ ກ້າວຂຶ້ນຂອງຊົນຊາດ ແລະ ທົ່ວປະເທດ ບໍ່ອາດຕັດແຍກອອກຈາກກຸ່ມກ້ອນມາຫາສາມັກຄີທົ່ວປວງຊົນທັງຊາດໄດ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ອຳນາດການປົກຄອງ ແລະ ປະຊາຊົນຕາແສງ ດ້ຽນບຽນ ປະຕິບັດຈິດໃຈນີ້ ໃຫ້ດີກ່ວາເກົ່າ; ອຳນາດການປົກຄອງຕາແສງຂັ້ນຕ່າງໆ ຖືເປັນສຳຄັນບົດບາດຂອງປະຊາຊົນໃນວິວັດການຄຸ້ມຄອງ, ບໍລິຫານການກໍ່ສ້າງ ແລະ ພັດທະນາທ້ອງຖິ່ນກ່ວາອີກ.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top