• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບບັນດາການນຳສະຫະລັດ New South Wales, ອົດສະຕາລີ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ລັດ New South Wales ດ້ວຍບັນດາທ່າແຮງກ່ຽວກັບ ອຸດສາຫະກຳ, ກະສິກຳ, ການເງິນ ແລະ ການບໍລິການແຖວໜ້າຂອງໂລກ ຈະສືບຕໍ່ສວມບົດບາດນຳໜ້າໃນການຊຸກຍູ້ການຮ່ວມມືກັບຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ ທ່ານນາງ    Marie Bashir 

ຕອນເຊົ້າວັນທີ 16 ມີນາ, ເມື່ອລົງຮອດນະຄອນ Sydney , ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ ທ່ານນາງ ຜູ້ວ່າການບໍລິຫານລັດ Gladys Berejiklian  ແລະ ພົບປະກັບທ່ານ David Hurley ຜູ້ວ່າການລັດ New South Wales.

      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ລັດ New South Wales ດ້ວຍບັນດາທ່າແຮງກ່ຽວກັບ ອຸດສາຫະກຳ, ກະສິກຳ, ການເງິນ ແລະ ການບໍລິການ ແຖວໜ້າຂອງໂລກ ຈະສືບຕໍ່ສວມບົດບາດນຳໜ້າໃນການຊຸກຍູ້ການຮ່ວມມືກັບຫວຽດນາມ, ໂດຍສະ ເພາະແມ່ນໃນບັນດາຂົງເຂດເສົາຄ້ຳຄື ດ້ານການຄ້າ, ການລົງທຶນ, ການສຶກສາ, ວິທະຍາສາດ - ເຕັກໂນໂລຢີ ແລະ ການທ່ອງທ່ຽວ; ເພີ່ມທະວີ, ເປີດກວ້າງການຮ່ວມມືກັບບັນດາທ້ອງຖິ່ນ ຢູ່ຫວຽດນາມກວ່າອີກ. ຜ່ານນັ້ນ, ປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີເຂົ້າສູ່ລວງເລິກ, ແທດຈິງ, ນຳຜົນປະໂຫຍດມາໃຫ້ປະຊາຊົນສອງປະເທດ.

      ທ່ານນາງ ຜູ້ວ່າການບໍລິຫານລັດ Gladys Berejiklian  ໄດ້ສະແດງຄວາມປິຕິຊົມຊື່ນ ແລະ ຕີລາຄາສູງການຮ່ວມມືຂອງຫວຽດນາມ ກັບ ລັດ New South Wales ເວົ້າລວມ ແລະ ນະຄອນ Sydney ເວົ້າສະເພາະ; ເນັ້ນໜັກເຖິງເລື່ອງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ສອງຝ່າຍຈະມີ ກາລະໂອກາດຫຼາຍຢ່າງກວ່າອີກ ເພື່ອເປີດກວ້າງການຮ່ວມມືໃນທຸກຂົງເຂດ. ທ່ານ ນາງ ຜູ້ວ່າການ ບໍລິຫານລັດ Gladys Berejiklian  ກໍຊົມເຊີຍເລື່ອງ ວິທະຍຸກະຈາຍສຽງຫວຽດນາມ (VOV) ຈະເປີດ ຫ້ອງການຕາງໜ້າຢູ່ນະຄອນ Sydney, ທ່ານນາງ ຢັ້ງຢືນວ່າ ຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ ຫ້ອງການຕາງໜ້າ VOV ເຄື່ອນໄຫວຢ່າງມີປະສິດທິຜົນ.

   ທີ່ການຕ້ອນຮັບ, ທ່ານຜູ້ວ່າການລັດ David Hurley ກໍ່ສະແດງຄວາມປິຕິຊົມຊື່ນຕໍ່ ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດກົງກັບໂອກາດສະເຫຼີມສະ ຫຼອງ 45 ແຫ່ງວັນສ້າງຕັ້ງການພົວພັນທາງດ້ານການທູດ.

      ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕົ້ນຮັບ ທ່ານນາງ    Marie Bashir, ອະດີດຜູ້ວ່າການບໍລິຫານລັດ New South Wales. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງ ສຳລັບບັນດາການປະກອບສ່ວນອັນລ້ຳຄ່າຂອງທ່ານນາງ Marie Bashir ຕໍ່ການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດ ການສຶກສາ, ສາທາລະນະສຸກ, ສຸຂະພາບວົງຄະນະຍາດ ຜ່ານກອງ “ທຶນຮຽນເລື້ອຍໆໄປ” ໂດຍທ່ານເປັນນາງຜູ້ອຸປະຖຳ.

(ແຫຼ່ງຄັດຈາກ VOV)


ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top