• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງການພົວພັນອັນດີງາມລະຫວ່າງ ອາຊຽນ - ອົດສະຕາລີ

      ວັນທີ 18 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວຕົ້ນຕໍໃນຂອບເຂດຂອງ ກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ ທີ່ Sydney.  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ກ່າວຄຳປາໄສສຳຄັນກ່ຽວກັບການກຳນົດທິດການພົວພັນຄູ່ຮ່ວມມື ແລະ ການຮ່ວມມືດ້ານເສດຖະກິດລະຫວ່າງ ອາຊຽນ - ອົດສະຕາລີໃນໄລຍະໃໝ່

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະບັນດາການນຳຖ່າຍຮູບເປັນທີ່ນະລຶກ  (ພາບ: VOV.VN)
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງການພົວພັນ ລະຫວ່າງ ອາຊຽນ - ອົດສະຕາລີ ທີ່ພວມຢູ່ໃນໄລຍະພັດທະນາດີງາມ ພາຍຫຼັງ 44 ປີ ແຫ່ງການປັບປຸງ ແລະ ພັດທະນາ.  ເພື່ອ ເປີດກວ້າງ ແລະ ເຮັດໃຫ້ການພົວພັນດັ່ງກ່າວເລິກເຊິ່ງຕື່ມອີກ ເພື່ອຜົນປະໂຫຍດຂອງສອງຝ່າຍ ກໍຄື ເພື່ອການຮ່ວມມື ແລະ ຄວາມໝັ້ນຄົງລວມໃນພາກພື້ນ, ສອງຝ່າຍຄວນຍູ້ແຮງການຮ່ວມມື, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ມານະພະຍາຍາມ ສ້າງຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນໃຫ້ເປີດກວ້າງ, ໂປ່ງໃສ ແລະ ຮັບເອົາ, ຮັບປະກັນ ທຸກການປະພຶດຂອງບັນດາປະເທດ ປະຕິບັດຕາມກົດໝາຍສາກົນ ແລະ ເຄົາລົບຜົນປະໂຫຍດລວມຂອງກັນ. ບັນດາກົນໄກກ່ຽວກັບການຮ່ວມມື ໂດຍ ອາຊຽນສວມບົດບາດເປັນເຈົ້າພາທາງ ແມ່ນບັນດາເວທີປາໄສສຳຄັນ ເພື່ອໃຫ້ສອງປະເທດພ້ອມກັນເສີມຂະຫຍາຍບັນດາຄວາມມານະພະຍາຍາມດັ່ງກ່າວ.
            ຕາມ ທ່ານນາຍົກລັດຖະມົນຕີ ແລ້ວ, ບັນດາຝ່າຍຄວນສືບຕໍ່ຮັກສາທ່າຮ່ວມສຳພັນ ດ້ານເສດຖະກິດ ແລະ ເປີດປະຕູ ເພື່ອພ້ອມກັນພັດທະນາວັດທະນາຖາວອນ, ກ່ອນອື່ນໝົດແມ່ນຜັນຂະຫຍາຍສົນທິສັນຍາການຄ້າເສລີ ອາຊຽນ - ອົດສະຕາລີ - ນິວຊີແລນ ໃຫ້ມີປະສິດທິຜົນ, ສຳເລັດການເຈລະຈາ ສົນທິສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ພາກພື້ນ (RCEP) ໂດຍໄວ, ເອົາໃຈໃສ່ເປັນພິເສດເຖິງການຫັນປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ, ຊຸກຍູ້ການເຊື່ອມຕໍ່ ແລະ ໜູນຊ່ວຍການພັດທະນາວິສາຫະກິດ, ຍົກສູງມູນຄ່າເພີ່ມຂອງບັນດາພື້ນຖານເສດຖະກິດ ອາຊຽນ - ອົດສະຕາລີໃນລະບົບມູນຄ່າທົ່ວໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ກໍ່ສະເໜີ ໃຫ້ສືບຕໍ່ຊຸກຍູ້ບັນດາລາຍການຮ່ວມມື ມຸ່ງໄປເຖິງ ປະຊາຊົນ ເພື່ອສ້າງພື້ນຖານໝັ້ນແກ່ນໃຫ້ແກ່ການພົວພັນລະຫວ່າງ ອາຊຽນ - ອົດສະຕາລີ ໃນອະນາຄົດ.
ເມື່ອແບ່ງປັນທັດສະນະທີ່ວາລະປະຊຸມວົງແຄບຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ສະພາບການຄວາມໝັ້ນຄົງຢູ່ບັນດາເຂດທະເລຢູ່ພາກພື້ນ ເຖິງວ່າເບິ່ງດ້ານຫນ້າແມ່ນມີສະຖຽນລະພາບ ແຕ່ດ້ານໃນອາດຈະຊ້ອນແຝງໄພຂາດສະຖຽນລະພາບກໍ່ຕາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ ໃນການຮ່ວມມືກ່ຽວກັບບັນຫາທະເລ, ກ່ອນອື່ນໝົດຕ້ອງເຄົາລົບກົດໝາຍສາກົນ. ທ່ານນາຍົກລັດຖະມົນຕີ ຖືວ່າ ບັນດາປະເທດຄວນນຳໃຊ້ວິທີສຳຜັດຮອບດ້ານ, ຄົບຊຸດສຳລັບການຮ່ວມມືກ່ຽວກັບບັນຫາທະເລ, ຈາກມູມມອງການຮັບປະກັນຄວາມໝັ້ນຄົງບົນທະເລຕະຫລອດຮອດການປົກປັກຮັກສາສິ່ງແວດລ້ອມ ແລະ ຄົ້ນຄວ້າວິທະຍາສາດທະເລ. ທ່ານນາຍົກລັດຖະມົນຕີ ຊົມເຊີຍ ຄວາມມານະພະຍາຍາມຂອງຫວຽດນາມ ແລະ ອົດສະຕາລີ ພ້ອມກັບສະຫະພາບເອີລົບ (EU) ເປັນປະທານຮ່ວມກຸ່ມວຽກງານເວທີປາໄສພາກພື້ນ ອາຊຽນ (ARF) ກ່ຽວກັບຄວາມໝັ້ນຄົງທະເລໄລຍະ 2018-2020 ຕາມແຜນການທີ່ໄດ້ເປັນເອກະພາບຂອງ ARF  ແລະ ຖືນີ້ແມ່ນການປະກອບສ່ວນຕັ້ງຫນ້າໃຫ້ແກ່ສັນຕິພາບ, ການຮ່ວມມື ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ພາກພື້ນ.
ໃນໄລຍະເຂົ້າຮ່ວມບັນດາການເຄື່ອນໄຫວຕົ້ນຕໍຂອງກອງປະຊຸມສຸດຍອດ ພິເສດ ອາຊຽນ - ອົດສະຕາລີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະຢູ່ນອກກອງປະຊຸມກັບທ່ານ Samdech Hunsen ນາຍົກລັດຖະມົນຕີກຳປູເຈຍ, ທ່ານ ນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ, ທີ່ປຶກສາຂັ້ນສູງຂອງ ມຽນມາ ທ່ານ Aung San Suu Kyi,               ນາຍົກລັດຖະມົນຕີ ມາເລເຊຍ ທ່ານ Najib Razak, ນາຍົກລັດຖະມົນຕີ ສິງກະໂປ ຫລີຊຽນຫລົງ.
ຕອນບ່າຍວັນທີ 18 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກນະຄອນ Sydney ເດີນທາງກັບເມືອປະເທດ ສິ້ນສຸດການຢ້ຽມຢາມອົດສະຕາລີ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອົດສະຕາລີ ຢ່າງຈົບງາມ.
 (ແຫຼ່ງຄັດຈາກ VOV)
 
 

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top