• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ກຳປູເຈຍ ປາດຖະໝາຢາກຊຸກຍູ້ການພັດທະນາການຄ້າກັບ ຫວຽດນາມ

      ວັນທີ 24 ພະຈິກ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ໄດ້ສະແດງ ຄວາມປາດຖະໜາຢາກຊຸກຍູ້ການພັດທະນາຂອບຂະໜາດການຄ້າລະຫວ່າງ ກຳປູເຈຍ ແລະ ຫວຽດນາມ.
ທ່ານ ຫງວຽນຮູຍຕັງ ເອກອັກຄະລັດຖະທູດ ຫວຽດນາມ ຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ກຳປູເຈຍ
Samdech Techo Hun Sen (ພາບ: ນັກຂ່າວ VOV ປະຈຳ ກຳປູເຈຍ)
      ໃນການຕ້ອນຮັບທ່ານ ຫງວຽນຮູຍຕັງ ເອກອັກຄະລັດຖະທູດ ຫວຽດນາມ ທີ່ຫາກໍໄດ້ຮັບການແຕ່ງຕັ້ງໄປປະຈຳຢູ່ ກຳປູເຈຍ ເຂົ້າຢ້ຽມຂ່ຳນັບຢູ່ຫໍສັນຕິພາບ, ນະຄອນຫຼວງພະນົມເປັນ, ທ່ານນາຍົກລັດຖະມົນຕີ Hun Sen ໄດ້ກ່າວວ່າ ຫວຽດນາມ ແລະ ກຳປູເຈຍ ຄວນເພີ່ມທະວີການພົວພັນການຄ້າ ແລະ ມຸ່ງໄປເຖິງສັນຍາ 2 ຝ່າຍວ່າດ້ວຍກະສິກຳ, ໂດຍສະເພາະແມ່ນບັນດາຂົງເຂດຜະລິດກະສິກຳຢູ່ເຂດຊາຍແດນ. ທ່ານ Hun Sen ໃຫ້ຮູ້ວ່າບັນດາການເຄື່ອນໄຫວການຄ້າລະຫວ່າງ 2 ປະເທດຍັງໄດ້ຮັບການຮັກສາ ແລະ ມີລັກສະນະເພີ່ມເຕີມໃຫ້ກັນດ້ວຍລະດັບການເຕີບໂຕທີ່ເປັນໜ້າຮັບຮູ້ໃນສະພາບການໂລກລະບາດໂຄວິດ - 19. ທ່ານ Hun Sen ກໍສະເໜີໃຫ້ 2 ປະເທດເຊື່ອມຕໍ່ສາຍການບິນໂດຍກົງ.
        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນຮູຍຕັງ ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມທີ່ສຸດເພື່ອເສິີມສ້າງສາຍພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃຫ້ນັບມື້ນັບພັດທະນາ, ໂດຍສະເພາະແມ່ນໃນບັນດາຂົງເຂດຄື: ການເມືອງ, ການທູດ, ການປ້ອງກັນຊາດ, ການຄ້າ, ເສດຖະກິດ, ກະສິກຳ, ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ອື່ນໆ.
 (ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top