• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ມອບຂໍ້ຕົກລົງ ແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ຫວຽດນາມ (VNA)

ຕອນເຊົ້າວັນທີ 14 ກັນຍາ, ທີ່ສໍານັກງານລັດຖະບານ, ທ່ານ ນາ ຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເຮັດວຽກ ກັບ ການນໍາ ຫຼັກແຫຼ່ງ ຂອງ ສໍານັກຂ່າວສານ ຫວຽດນາມ (VNA) ກ່ຽວກັບສະພາບ ການດໍາເນີນງານ, ທິດທາງຕົ້ນຕໍ ແລະ ຈຸດສຸມ ພັດທະນາ ຂອງ VNA ໃນຍຸກໃໝ່; ມອບຂໍ້ຕົກລົງແຕ່ງຕັ້ງ ທ່ານນາງ ຫວູຫວຽດ ຈາງ, ຮອງຜູ້ອຳນວຍການໃຫຍ່ ດຳລົງຕຳແໜ່ງເປັນ ຜູ້ອຳນວຍ ການໃຫຍ່ ສໍານັກຂ່າວສານ ຫວຽດນາມ.

     ເຂົ້າຮ່ວມການເຮັດວຽກມີ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກ ດາມ; ທ່ານ ລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນແມ້ງຮຸ່ງ; ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ທີ່ ກ່ຽວຂ້ອງ ແລະ ບັນດາໜ່ວຍງານ ທີ່ສັງກັດ VNA. 

ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ມອບຂໍ້ຕົກລົງແຕ່ງຕັ້ງຜູ້ ອໍານວຍການໃຫຍ່ ສໍານັກຂ່າວສານ ຫວຽດນາມໃຫ້ທ່ານນາງ ຫວູຫວຽດຈາງ.
ພາບ: ເຢືອງຢາງ/VNA

 
ຕາງໜ້າລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ ສະແດງຄວາມຍິນດີ ຕໍ່ທ່ານນາງ ຫວູຫວຽດຈາງ ໃນຖານະຕໍາ ແໜ່ງໃໝ່. ພ້ອມດຽວກັນກໍໃຫ້ຮູ້ວ່າ ທ່ານນາງ ຫວູຫວຽດຈາງ ເປັນຜູ້ອໍານວຍການໃຫຍ່ຍິງ ຜູ້ທໍາອິດຂອງ VNA. ການແຕ່ງຕັ້ງ ທ່ານນາງ ຫວູຫວຽດຈາງ ໃຫ້ດຳລົງຕຳແໜ່ງເປັນຜູ້ອໍານວຍການ ໃຫຍ່ VNA ເປັນຂີດໝາຍ ແຫ່ງຂະບວນການ ພະຍາຍາມ, ເຕີບໃຫຍ່ ຂອງ ຕົວທ່ານນາງ ຫວູຫວຽດຈາງ ແລະ ການ ປ່ຽນ ໃໝ່ ໃນວຽກງານພະນັກງານ ຂອງ VNA; ເຊື່ອໝັ້ນວ່າ ທ່ານ ນາງ ຫວູຫວຽດຈາງ ຈະສືບຕໍ່ ປະຕິບັດສຳເລັດ ໜ້າທີ່ ທີ່ໄດ້ ຮັບມອບໝາຍ.

ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງກະຊວງ ແລະ ຂະແໜງ ການທີ່ກ່ຽວຂ້ອງ ປະສານສົມທົບ ກັບ VNA ເວົ້າລວມ ແລະກັບ ຜູ້ອຳນວຍການໃຫຍ່ VNA ເວົ້າສະເພາະ ໃນການປະຕິບັດ ວຽກ ງານ ເພື່ອໃຫ້ VNA ສືບຕໍ່ສືບທອດມູນເຊື້ອ, ປະຫວັດສາດວິລະ ຊົນ ອັນມີກຽດສະຫງ່າຂອງຕົນ ແລະ ເສີມຂະຫຍາຍນໍ້າໃຈ ສາ ມັກຄີ, ປ່ຽນໃໝ່, ພັດທະນາ, ຮັກສາຖານະບົດບາດ ເປັນສຳນັກ ຂ່າວຍຸດທະສາດ ຂອງພັກ ແລະ ລັດ ຢູ່ສະເໝີ ສົມກັບຄວາມໄວ້ ເນື້ອເຊື່ອໃຈ ແລະ ຄວາມຮັກ ຈາກພັກ, ລັດ ແລະ ປະຊາຊົນ.

ທ່ານນາງ ຫວູຫວຽດຈາງ ເກີດເມື່ອວັນທີ 16 ຕຸລາ 1969 ຢູ່ ເມືອງ ຟູຊວຽນ, ນະຄອນ ຮ່າໂນ້ຍ; ຮຽນຈົບ ຈາກ ມະຫາວິທະ ຍາໄລ ສັງລວມ ຮ່າໂນ້ຍ, ສະເພາະຂະແໜງການ ພາສາ ອັງກິດ ໃນປີ 1993; ເຂົ້າເປັນສະມາຊິກພັກ ໃນວັນທີ 16 ກຸມພາ2000; ລະດັບທິດສະດີການເມືອງ ຊັ້ນສູງ.

ພາຍຫຼັງ 28 ປີທີ່ເປັນນັກຂ່າວຢູ່ VNA, ທ່ານນາງ ຫວູຫວຽດ ຈາງ ໄດ້ມີປະສົບການໃນຫຼາຍຖານະຕໍາແໜ່ງ ວຽກງານ ຄື: ໃນ ປີ 2011, ທ່ານນາງ ຫວູຫວຽດຈາງ ໄດ້ຮັບແຕ່ງຕັ້ງເປັນຫົວໜ້າ ຄະນະບັນນາທິການ ແລະ ພົວພັນກັບພາຍນອກ; ໃນປີ 2017, ທ່ານນາງ ໄດ້ຖືກ ນາຍົກລັດຖະມົນຕີແຕ່ງຕັ້ງ ໃຫ້ດໍາລົງຕໍາແໜ່ງ ເປັນຮອງຜູ້ອໍານວຍການໃຫຍ່ VNA.

ທ່ານນາງ ຫວູຫວຽດຈາງ ເປັນສະມາຊິກ ຄະນະປະຈຳ ຄະນະ ພັກ, ຫົວໜ້າ ຄະນະໂຄສະນາອົບຮົມ ຄະນະພັກ VNA; ປະ ທານສະຫະສະມາຄົມນັກຂ່າວ VNA (ແຕ່ເດືອນມິຖຸນາ 2020 ຈົນເຖິງປັດຈຸບັນ).

ໃນລະຫວ່າງປະຕິບັດໜ້າທ່ີ, ທ່ານທາງ ຫວູຫວຽດຈາງ ເປັນກຽດ ໄດ້ຮັບໃບຍ້ອງຍໍ ຈາກນາຍົກລັດຖະມົນຕີ ໃນປີ 2006, 2016, 2018, 2020; ເປັນນັກຮົບແຂ່ງຂັນ VNA ໃນປີ 2015, 2018; ເປັນນັກຮົບແຂ່ງຂັນ ຂັ້ນຮາກຖານແຕ່ປີ 2015 ຫາ 2020.
ປະຕິບັດໂດຍ: VNA/VNP
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top