• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບນາຍົກລັດຖະມົນຕີ ລາວ

ນາຍົກລັດຖະມົນຕີທັງ 2 ທ່ານກໍ່ໄດ້ແລກປ່ຽນກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງແຕ່ລະປະເທດ; ກວດກາຄືນການຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

(ພາບ: VGP)


ຕອນເຊົ້າວັນທີ 14 ສິງຫາ, ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ພວມຢູ່ຫວຽດນາມ ເພື່ອເຂົ້າຮ່ວມພິທີໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຂອບໃຈບັນດາການນຳ ແລະ ປະຊາຊົນລາວ ອ້າຍນ້ອງກ່ຽວກັບອາລົມຈິດຄວາມຮັກແພງ ແລະ ການກະທຳອັນລ້ຳຄ່າທີ່ສະຫງວນໃຫ້ແກ່ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ, ຖືນີ້ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີພິເສດ, ສັດຊື່ບໍລິສຸດ, ຂາວແຈ້ງ, ຮຽງບ່າຮຽງໄຫຼ່, ແບ່ງປັນຄວາມສຸກຄວາມທຸກເຊິ່ງກັນແລະກັນລະຫວ່າງຫວຽດນາມ ແລະ ລາວ; ພ້ອມທັງແມ່ນໂອກາດເພື່ອໃຫ້ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດມີຄວາມເຂົ້າໃຈກ່ຽວກັບສາຍພົວພັນສັດຊື່ບໍລິສຸດ, ຂາວແຈ້ງ ແລະ ເປັນແບບຢ່າງລະຫວ່າງ 2 ພັກ, 2 ຊາດຫວຽດນາມ - ລາວ ຢ່າງຈະແຈ້ງກວ່າ.

        ເນື່ອງໃນໂອກາດນີ້, ນາຍົກລັດຖະມົນຕີທັງ 2 ທ່ານກໍ່ໄດ້ແລກປ່ຽນກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງແຕ່ລະປະເທດ; ກວດກາຄືນການຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ, ໝາກຜົນກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ; ຊຸກຍູ້ບັນດາໂຄງການຮ່ວມມືຈຸດສຸມສຳຄັນ ແລະ ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ລາວ ໃນໄລຍະຈະມາເຖິງ ແລະ ບັນດາການກຳນົດທິດຍຸດທະສາດໃນໄລຍະ 2021 – 2025 ແລະ ຮອດປີ 2030.

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top