• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກສົ່ງສານເຖິງກອງປະຊຸມອອນລາຍ WHO

ວັນທີ 08 ເມສາ, ອົງການອະນາໄມໂລກ (WHO) ໄດ້ຈັດກອງປະຊຸມອອນລາຍ ບັນດາລັດຖະມົນຕີກະຊວງສາທາລະນະສຸກ ພາກພື້ນປາຊີຟິກຕາເວັນຕົກ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ

(ພາບ: VGP)


ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານຂອງລັດຖະບານຫວຽດນາມ ເຖິງກອງປະຊຸມດັ່ງກ່າວ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ບົດບາດ, ໜ້າທີີ່ຄວາມຮັບຜິດຊອບຂອງ WHO ແລະ ຊົມເຊີຍກອງປະຊຸມທາງອອນລາຍດ້ວຍຫົວຂໍ້ວ່າ “ສາມັກຄີກັນຕ້ານໂລກລະບາດໂຄວິດ-19”. ທ່ານນາຍົກລັດຖະມົນຕີກໍ່ໄດ້ແບ່ງປັນບົດຮຽນຂອງຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທ່ານນາຍົກລັດຖະມົນຕີ ກ່າວວ່າ.

“ດ້ວຍຄວາມຕັດສິນໃຈດ້ານການເມືອງຢ່າງສູງ, ຖືການຕ້ານໂລກລະບາດຄືດັ່ງຕ້ານສັດຕູ, ລັດຖະບານ ຫວຽດນາມ ເດັດດ່ຽວປະຕິບັດບັນດາມາດຕະການຢ່າງຄົບຊຸດ ແລະ ມີໄຫວພິບ, ໃນນັ້ນມີການແຍກຕົວລວມໝູ່ຂອງຊາວຫວຽດນາມ ທີ່ກັບມາຈາກຕ່າງປະເທດ, ຊາວຕ່າງປະເທດທີ່ ມາຫວຽດນາມ ແລະ ບັນດາເປົ້າໝາຍທີ່ໄດ້ສຳຜັດ, ພົບປະກັບຜູ້ຕິດເຊື້ອທີ່ກວດພົບ. ພ້ອມທັງ, ປະຕິບັດໜ້າທີ່ຄວບຄູ່, ນັບທັງການໃຫ້ບຸລິມະສິດການຄວບຄຸມ, ສະກັດກັ້ນໂຄວິດ-19, ທັງສືບຕໍ່ຮັກສາ ສະຖຽນລະພາບໃນການພັດທະນາເສດຖະກິດ-ສັງຄົມ, ບໍ່ປະໃຫ້ລົ້ມລະລາຍ. ລັດຖະບານໄດ້ກຳນົດອາດຈະ ຍອມຮັບຄວາມເສຍຫາຍທາງດ້ານເສດຖະກິດ ເພື່ອປົກປ້ອງຊີວິດ, ສຸຂະພາບໃຫ້ປະຊາຊົນ”.

ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ມາຮອດປະຈຸບັນ ຫວຽດນາມ ພວມຄວບຄຸມໄດ້ສະພາບການຂອງໂຄວິດ - 19, ຍັງບໍ່ທັນມີຜູ້ເສຍຊີວິດເທື່ອ ແລະ ສາມາດປິ່ນປົວໃຫ້ຜູ້ຕິດໂຄວິດ-19 ຫາຍດີເປັນປົກກະຕິໄດ້ເກືອບ 50% ກໍລະນີແລ້ວ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງປະຊາຄົມສາກົນ, ຂອງປະຊາຊົນບັນດາປະເທດສຳລັບການຕໍ່ສູ້ກັບໂລກລະບາດໂຄວິດ- 19; ພ້ອມທັງເຊື່ອໝັ້ນວ່າ, ເລື່ອງບັນດາປະເທດໄດ້ຮຽງບ່າຮຽງໄຫຼ່ເຊິ່ງກັນແລະ ກັນ, ໂລກຈະໄດ້ຮັບໄຊຊະນະໃນການຕ້ານໂລກລະບາດໂຄວິດ- 19 ນີ້.

 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top