• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຈູດທູບໃຕ້ທຽນບູຊາອາໄລຫາປະທານໂຮ່ຈີມິນ ຢູ່ ເຂດອະນຸສອນສະຖານປະທານໂຮ່ຈີມິນ

      ເນື່ອງໃນໂອກາດລະດູບານໃໝ່ປີຊວດ 2020 ວຽນມາ ແລະ ມຸ່ງໄປສູ່ການສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 90 ປີ, ຕອນເຊົ້າວັນທີ 22 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຈູດທູບໃຕ້ທຽນບູຊາອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67 ເຂດອະນຸສອນສະຖານປະທານໂຮ່ຈີມິນ ໃນບໍລິເວນທໍານຽບປະທານປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບຂອງຂວັນບຸນເຕັດໃຫ້ແກ່ພະນັກງານຢູ່ອະນຸສອນສະຖານປະທານໂຮ່ຈີມິນ
      ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາສູງບັນດາການນໍາ, ພະນັກງານ, ພາລະກອນເຮັດວຽກຢູ່ອະນຸສອນສະຖານປະທານໂຮ່ຈີມິນ ໃນທໍານຽມປະທານປະເທດ ທີ່ບັນລຸໄດ້ຜົນງານຫຼາຍຢ່າງນັບແຕ່ການເຄື່ອນໄຫວອະນຸລັກ, ຮັກສາ ຕະຫຼອດຮອດການຄົ້ນຄວ້າວິທະຍາສາດ ເພື່ອປະຕິບັດວຽກງານແນະນໍາກ່ຽວກັບຊີວິດ, ພາລະກິດ ແລະ ແບບຢ່າງຄູນສົມບັດຂອງປະທານໂຮ່ຈີມິນ. ກ່າວເຂົ້າສູ່ປິໃໝ່ປີຊວດ 2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນຕະຫຼອດໄລຍະກວ່າ 50 ປີ ຜ່ານມາ, ໄປຄຽງຄູ່ກັນນັ້ນ ຕ້ອງມານະພະຍາຍາມປະຕິບັດສໍາເລັດບັນດາໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ ເພື່ອສົບກັບເປັນສະຖານທີ່ແດງ ກ່ຽວກັບການສຶກສາດ້ານການເມືອງ, ແນວຄິດ, ຄຸນສົມບັດ, ນໍ້າໃຈຮັກຊາດ ແລະ ມູນເຊື້ອປະຕິວັດໃຫ້ແກ່ປະຊາຊົນທຸກຊັ້ນວັນນະ, ພ້ອມທັງແມ່ນບ່ອນເຕົ້າໂຮມຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັບແພງຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບທີ່ມີຕໍ່ປະທານໂຮ່ຈີມິນຜູ້ນໍາທີ່ຍິງໃຫຍ່ຂອງຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top