• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມການທະຫານ ແລະ ການເມືອງ ທົ່ວກອງທັບ 2019

      ຕອນເຊົ້າວັນທີ 9 ທັນວາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ຈັດຕັ້ງກອງປະຊຸມການທະຫານ ແລະ ການເມືອງທົ່ວກອງທັບປີ 2019.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN)
      ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ທົ່ວກອງທັບ ຍາມໃດກໍຕ້ອງມີສະຕິລະວັງຕົວ, ເປັນເຈົ້າການກໍາແໜ້ນສະພາບການ, ຕີລາຄາ ແລະ ຄາດຄະເນສະພາບການໃຫ້ຖືກຕ້ອງ, ໂດຍສະເພາະແມ່ນບັນດາບັນຫາສັບສົນທີ່ເກີດຂຶ້ນໃໝ່, ເປັນເສນາທິການຢ່າງທັນການໃຫ້ແກ່ພັກ, ລັດ ມີນະໂຍບາຍຮັບມື, ແກ້ໄຂບັນດາກໍລະນີທີ່ກ່ຽວຂ້ອງເຖິງດ້ານການທະຫານ, ການປ້ອງກັນຊາດຢ່າງມີໄຊ; ບໍ່ປະໃຫ້ຢູ່ໃນທ່າຮັບຢ່າງເດັດຂາດ,  ປົກປັກຮັກສາເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງໝັ້ນຄົງໜັກແໜ້ນ, ໂດຍສະເພາະແມ່ນຢູ່ທະເລ. ໄປຄຽງຄູ່ກັນນັ້ນ, ກະຊວງປ້ອງກັນປະເທດ ຕ້ອງສືບຕໍ່ເຊື່ອມຊຶມແນວທາງການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງຂອງພັກຢ່າງເລິກເຊິ່ງ, ຍົກສູງປະສິດທິຜົນວຽກງານພົວພັນດ້ານປ້ອງກັນຊາດກັບຕ່າງປະເທດ; ກະກຽມຢ່າງລອບຮອບຖີ່ຖ້ວນ ແລະ ຈັດຕັ້ງບັນດາການເຄື່ອນໄຫວປ້ອງກັນຊາດ, ການທະຫານໃນປີ 2020 ເມື່ອຫວຽດນາມ ເປັນປະທານ ອາຊຽນ; ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດກັບບັນດາປະເທດ, ໂດຍສະເພາະແມ່ນບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດ ອາຊຽນ ແລະ ເພື່ອນມິດທີ່ເປັນມູນເຊື້ອ. ເປັນເຈົ້າການເຂົ້າຮ່ວມບັນດາກົນໄກຮ່ວມມືດ້ານປ້ອງກັນຊາດຫຼາຍຝ່າຍ, ເປີດກວ້າງການຮ່ວມມືກັບ ສະຫະພາບເອີຣົບ; ສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບ, ຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງປະເທດຊາດ ແລະ ກອງທັບໃນປະຊາຄົມສາກົນ.
 (ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top