• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສະມາຄົມນັກຮົບເກົ່າ ຫວຽດນາມ

ບໍ່ວ່າໃນສະພາບການໃດ, ບັນດານັກຮົບເກົ່າຍາມໃດກໍ່ສະແດງໃຫ້ເຫັນຄຸນນະທາດດ້ານການເມືອງຢ່າງໜັກແໜ້ນຂອງຕົນ, ເປັນແບບຢ່າງໃນທຸກໆການເຄື່ອນໄຫວ.

 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(ພາບ: VGP)

ຕອນເຊົ້າວັນທີ 03 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສະມາຄົມນັກຮົບເກົ່າຫວຽດນາມ (06 ທັນວາ 1989 – 06 ທັນວາ 2019), ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດໄລຍະ 2014 – 2019 ແລະ  ຮັບຫຼຽນໄຊແຮງງານຊັ້ນໜຶ່ງ. ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ປະດັບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ສະມາຄົມນັກຮົບເກົ່າຫວຽດນາມ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ເນັ້ນໜັກວ່າ.

        “ບໍ່ວ່າໃນສະພາບການໃດ, ບັນດານັກຮົບເກົ່າຍາມໃດກໍ່ສະແດງໃຫ້ເຫັນຄຸນນະທາດດ້ານການເມືອງຢ່າງໜັກແໜ້ນຂອງຕົນ, ເປັນແບບຢ່າງໃນທຸກໆການເຄື່ອນໄຫວ. ເດັດດ່ຽວຕໍ່ສູ້ຕ້ານການຫັນປ່ຽນໂດຍສັນຕິ, ກົນອຸບາຍຕ້ານທຳລາຍຂອງບັນດາອິດທິກຳລັງເປັນປໍລະປັກ. ຕໍ່ສູ້ເພື່ອປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ຕັ້ງໜ້າຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ, ປົກປ້ອງພັກ, ປົກປ້ອງລະບອບ ແລະ ກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດ… ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ນັກຮົບເກົ່າຫຼາຍຄົນໄດ້ເຂົ້າຮ່ວມບັນດາລາຍການພັດທະນາເສດຖະກິດ, ບັນດາການເຄື່ອນໄຫວສັງຄົມ, ວຽກງານຕອບບຸນແທນຄຸນ, ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາຂອງທ້ອງຖິ່ນ, ອົງການ, ຫົວໜ່ວຍ ແລະ ປະຊາຄົມ”.

        ທ່ານນາຍົກລັດຖະມົນຕີ ຫວຽນຊວັນຟຸກ ປາດຖະໜາວ່າ, ບັນດານັກຮົບເກົ່າ ສືບຕໍ່ເຂົ້າຮ່ວມບັນດາແນວຮົບເສດຖະກິດ, ວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ສ້າງຄວາມຮັ່ງມີໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດ…

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top