• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕ້ອນຮັບຫົວໜ້າສະຖາບັນຄົ້ນຄວ້າອາຊີ,ຍີ່ປຸ່ນ

      ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງເລື່ອງທ່ານ Hatoyama Yukio ສືບຕໍ່ເອົາໃຈໃສ່ ແລະ ສະເໜີແນວຄວາມຄິດຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໃນຫຼາຍຂົງເຂດ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Hatoyama Yukio 
(ພາບ: VGP)
      ຕອນບ່າຍວັນທີ 12 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Hatoyama Yukio, ຫົວໜ້າສະຖາບັນຄົ້ນຄວ້າອາຊີ, ຍີ່ປຸ່ນ, ອະດີດປະທານສະຫະພັນບັນດາສະມາຊິກລັດຖະສະພາຍີ່ປຸ່ນ - ຫວຽດນາມ, ຂຶ້ນກັບພັກປະຊາທິປະໄຕ, ອະດີດນາຍົກລັດຖະມົນຕີຍີ່ປຸ່ນ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງເລື່ອງທ່ານ Hatoyama Yukio ສືບຕໍ່ເອົາໃຈໃສ່ ແລະ ສະເໜີແນວຄວາມຄິດຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໃນຫຼາຍຂົງເຂດຄື: ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ກໍ່ສ້າງພື້ນຖານໂຄງລ່າງ… ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ, ທ່ານ Hatoyama Yukio ຈະສືບຕໍ່ມີການປະກອບສ່ວນຕັ້ງໜ້າຫຼາຍຢ່າງເຂົ້າໃນການເພີ່ມທະວີການພົວພັນລະຫວ່າງ 2 ປະເທດ.
        ສ່ວນທ່ານ Hatoyama Yukio ໃຫ້ຮູ້ວ່າ, ຄະນະຜູ້ແທນໄດ້ສົນໃຈເຖິງບັນດາໂຄງການຮ່ວມມືລະອຽດ, ໃນນັ້ນມີການຮ່ວມມືລົງທຶນກິດຈະກຳພື້ນຖານໂຄງລ່າງຕາມຮູບແບບ PPP (ຮ່ວມມືພາກລັດ - ເອກະຊົນ). ນີ້ແມ່ນທິດທາງຮ່ວມມືໃໝ່ໃນການພົວພັນລະຫວ່າງ 2 ປະເທດ ທີ່ພວມກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ. ພ້ອມທັງປາດຖະໜາຢາກໃຫ້ 2 ຝ່າຍເພີ່ມທະວີການຮ່ວມມືກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top