• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບລັດຖະມົນຕີກະຊວງການຄ້າ ອາເມລິກາ

ຕອນບ່າຍວັນທີ 8 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການຕ້ອນຮັບທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Willur Ross ພ້ອມດ້ວຍຄະນະວິສາຫະກິດ ອາເມລິກາ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Willur Ross (ພາບ:VGP)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະ ຕີລາຄາສູງການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ ແລະ ຄວາມມານະພະຍາຍາມຂອງທ່ານລັດຖະມົນຕີ Willur Ross ໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ, ໂດຍສະເພາະແມ່ນໃນການພົວພັນດ້ານການຄ້າ, ການລົງທຶນທີ່ແທດຈິງ ມຸ່ງໄປເຖິງການສະເຫຼີມສະຫຼອງການພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 25 ປີ ໃນປີ 2020.

        ທ່ານລັດຖະມົນຕີການຄ້າ Willur Ross ໃຫ້ຮູ້ວ່າ ໃນຄະນະຜູ້ແທນມາຢ້ຽມຢາມຫວຽດນາມ ໃນຄັ້ງນີ້ ມີທັງກຸ່ມບໍລິສັດໃຫຍ່ຂອງ ອາເມລິກາ ຫຼາຍແຫ່ງ ແລະ ມີຄວາມສົນໃຈຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຂອງຫວຽດນາມ. ພ້ອມກັນນັ້ນ, ເຂົາເຈົ້າກໍ່ມີຄວາມພ້ອມດ້ານການເງິນ ແລະ ມີປະສົບການເພື່ອລົງທຶນບັນດາໂຄງການຢູ່ຫວຽດນາມ. ກະຊວງການຄ້າ ອາເມລິກາ ມີແຜນການຈັດຕັ້ງຄະນະວິສາຫະກິດມາຫວຽດນາມ ເພື່ອຊອກຫາກາລະໂອກາດຊຸກຍູ້ ການຮ່ວມມືດ້ານພະລັງງານໃນເດືອນມີນາ 2020. ທີ່ການຕ້ອນຮັບ, ຜູ້ຕາງໜ້າບາງກຸ່ມບໍລິສັດ ອາເມລິກາ ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນທາງການຄ້າ, ຍົກສູງວົງເງິນການຄ້າສອງຝ່າຍ; ເປີດສາຍການບິນໂດຍກົງ ລະຫວ່າງ ຫວຽດນາມ ແລະ ອາເມລິກາ. ພາຍຫຼັງການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ, ລັດຖະມົນຕີກະຊວງການຄ້າ ອາເມລິກາ Willur Ross ພ້ອມດ້ວຍບັນດາເຈົ້າໜ້າທີ່ສອງປະເທດໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາການຄ້າສໍາຄັນຫຼາຍສະບັບ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top