• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຕອບຄໍາຊັກຖາມຕໍ່ສະພາແຫ່ງຊາດ

ຕອນບ່າຍວັນທີ 8 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ລາຍງານ, ເຮັດແຈ້ງບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມຮັບຜິດຊອບການບໍລິຫານຂອງລັດຖະບານ ແລະ ຕອບຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດໂດຍກົງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກຢູ່ວາລະຊັກຖາມ  (ພາບ: vov.vn)

ຕອນເຊົ້າວັນທີ 8 ພະຈິກ, ຢູ່ຮ່າໂນ້ຍ, ສະມາຊິກສະພາແຫ່ງຊາດ ໄດ້ຊັກຖາມ ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຫຸ່ງ ກ່ຽວກັບວຽກງານຄຸ້ມຄອງສື່ມວນຊົນ, ຄຸ້ມຄອງໃບອະນຸຍາດໃນຂົງເຂດສື່ມວນຊົນ, ການກະຈາຍສຽງ, ໂທລະພາບ; ອອກ ແລະ ຢຶດບັດນັກຂ່າວ; ວຽກງານຄຸ້ມຄອງຂໍ້ມູນທາງເອເລັກໂຕນິກ, ໂດຍສະເພາະແມ່ນເວັບໄຊຂໍ້ມູນຂ່າວສານເອເລັກໂຕນິກ, ສື່ສັງຄົມອອນລາຍ...

ສໍາລັບບັນຫາໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສ້າງລັດຖະບານເອເລັກໂຕນິກ, ທ່ານລັດຖະມົນຕີ ຫງວຽນແມ້ງຫຸ່ງ  ໃຫ້ຮູ້ວ່າ:

        “ໃນປີຜ່ານມາ, ຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານຂອງຫວຽດນາມ ໄດ້ມີບາດກ້າວພັດທະນາ, ການຈັດອັນດັບກ່ຽວກັບຂະແໜງໄປສະນີ ເພີ່ມຂຶ້ນ 5 ຂັ້ນ, ຈາກອັນດັບທີ 50 ມາເປັນອັນດັບທີ 45, ໃນຈໍານວນ 172 ປະເທດ. ດັດຊະນີການນໍາໃຊ້ໂທລະຄົມມະນາຄົມ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ ຈາກອັນດັບທີ 95 ເລື່ອນຂຶ້ນມາເປັນອັນດັບທີ 41 ໃນຈໍານວນ 141 ປະເທດ; ການຈັດອັນດັບກ່ຽວກັບຄວາມປອດໄພທາງອິນເຕີແນັດກໍເພີ່ມຂຶ້ນຈາກອັນດັບທີ 100 ມາຢູ່ອັນດັບທີ 50 ໃນຈໍານວນ 194 ປະເທດ”.

        ເມື່ອຕອບຄໍາຊັກຖາມກ່ຽວກັບວຽກງານການກໍ່ສ້າງລັດຖະບານເອເລັກໂຕນິກ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນແມ້ງຫຸ່ງ ໃຫ້ວ່າ: ຕາມໝາກຜົນຂອງການຕີລາຄາກ່ຽວກັບລັດຖະບານເອເລັກໂຕນິກ ຂອງ ສປຊ ປີ 2018, ຫວຽດນາມ ໄດ້ຈັດຢູ່ອັນດັບທີ  88 ໃນຈໍານວນ 193 ປະເທດ ທີ່ໄດ້ຮັບການຕີລາຄາ ແລະ ຢືນອັນດັບທີ  6 ໃນຈໍານວນ11 ປະເທດ ອາຊຽນ.

        ສະຫຼຸບຄືນການຊັກຖາມທີ່ດໍາເນີນພາຍໃນ 3 ວັນ, ຕອນບ່າຍວັນທີ 8 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ລາຍງານ, ເຮັດແຈ້ງບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມຮັບຜິດຊອບການບໍລິຫານຂອງລັດຖະບານ ແລະ ຕອບຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດໂດຍກົງ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top