• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນນັກທຸລະກິດຫວຽດນາມ ຄົບຮອບ 15 ປີ

      ຕອນເຊົ້າວັນທີ 13 ຕຸລາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນນັກທຸລະກິດຫວຽດນາມ ຄົບຮອບ 15 ປີ ແລະ ມອບນາມມະຍົດນັກທຸລະກິດຫວຽດນາມດີເດັ່ນປີ 2019. ນີ້ແມ່ນເຫດການໂດຍ ຫ້ອງການການຄ້າ ແລະ ອຸດສາຫະກໍາ ຫວຽດນາມ (VCCI) ຈັດຕັ້ງຂຶ້ນກົງກັບໂອກາດສະເຫຼີມສະຫຼອງ 74 ປີ ແຫ່ງວັນປະທານໂຮ່ຈີມິນ ສົ່ງຈົດໝາຍເຖິງວົງການຂະແໜງອຸດສາຫະກໍາການຄ້າ.  

ບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ  ວັນນັກທຸລະກິດຫວຽດນາມ ຄົບຮອບ 15 ປີ
      ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ວິສາຫະກິດ, ນັກທຸລະກິດຫວຽດນາມ ນໍາມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ປະເທດຊາດ, ທ່ານຊີ້ແຈ້ງວ່າ:
        ວິສາຫະກິດຫວຽດນາມ, ລວມທັງວິສາຫະກິດ FDI, ລັດວິສາຫະກິດ, ພິເສດແມ່່ນວິສາຫະກິດເອກະຊົນ ບໍ່ພຽງແຕ່ປະກອບສ່ວນໃຫ້ແກ່ການເຕີບໂຕ GDP, ສ້າງວຽກເຮັດງານທໍາ, ສ້າງລາຍຮັບເຂົ້າງົບປະມານໃຫ້ແກ່ລັດເທົ່ານັ້ນ, ວິສາຫະກິດ ຍັງແມ່ນບ່ອນຖ່າຍທອດວິທະຍາສາດເຕັກໂນໂລຢີໃຫ້ແກ່ສະໄໝສັງກາດດີຈີຕອນປັດຈຸບັນຢ່າງທັນການອີກດ້ວຍ. ບໍ່ພຽງແຕ່ເປັນຫົວໜ່ວຍນໍາໜ້າໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດເທົ່ານັ້ນ, ປະຊາຄົມວິສາຫະກິດ, ຖັນແຖວນັກທຸລະກິດຫວຽດນາມ ຍັງນັບມື້ນັບຍິ່ງຢັ້ງຢືນໄດ້ບົດບາດເປັນແກ່ນສານ ສ້າງວັດຖຸສິ່ງຂອງມາໃຫ້ສັງຄົມ, ສ້າງວຽກເຮັດງານທໍາ ແລະ ຄວາມວັດທະນາຖາວອນໃຫ້ແກ່ປະເທດຊາດອີກດ້ວຍ”.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຍັງຢັ້ງຢືນຕື່ມອີກວ່າ:
        “ພັກ ແລະ ລັດ ຈະສືບຕໍ່ຊຸກຍູ້ພາລະກິດແຫ່ງການປະຕິຮູບລະບອບລະບຽບການ, ບືນຕົວຂຶ້ນໃຫ້ບັນລຸມາດຕະຖານແຖວໜ້າໃນພາກພື້ນ ແລະ ໂລກ ເພື່ອສ້າງສະພາບແວດລ້ອມ ແລະ ເປັນກໍາລັງໜູນໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງວິສາຫະກິດ, ນັກທຸລະກິດ. ລັດຖະບານ ຈະຮ່ວມເດີນທາງ ແລະ ໃຫ້ການຊ່ວຍເຫຼືອການທໍາມາຫາກິນຂອງປະຊາຊົນ ແລະ ວິສາຫະກິດ. ໃນຜົນສໍາເລັດຂອງວິສາຫະກິດ ມີການປະກອບສ່ວນຂອງອໍານາດການປົກຄອງ ແລະ ຄວາມປະລາໄຊຂອງວິສາຫະກິດກໍມີຄວາມຮັບຜິດຊອບຂອງອໍານາດການປົກຄອງເຊັ່ນກັນ. ຜົນສໍາເລັດຂອງວິສາຫະກິດ, ຂອງ ນັກທຸລະກິດ ແມ່ນຜົນສໍາເລັດຂອງລັດຖະບານ, ຂອງປະຊາຊົນ ແລະ ປະເທດຊາດ”.
        ນະທີ່ນີ້, ທ່ານ ຫວູຕ໊ຽນລົ໊ກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກໍາ ຫວຽດນາມ ກໍຕາງໜ້າວົງການນັກທຸລະກິດຫວຽດນາມ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງລັດຖະບານໃນໄລຍະຜ່ານມາ ດ້ວຍເປົ້າໝາຍກໍ່ສ້າງ ເພື່ອພັດທະນາ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. 
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top