• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບບັນດານັກຊ່ຽວຊານສາກົນເຂົ້າຮ່ວມເວທີປາໄສປະຕິຮູບ ແລະ ພັດທະນາ ຫວຽດນາມ 2019

      ຕອນບ່າຍວັນທີ 19 ກັນຍາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບຜູ້ຕາງໜ້າບັນດາອົງການ, ນັກບັນລະຍາຍສາກົນທີ່ເຂົ້າຮ່ວມເວທີປາໄສການປະຕິຮູບ ແລະ ພັດທະນາ ຫວຽດນາມ 2019. 
            ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊົມເຊີຍບັນດາຜູ້ແທນສາກົນເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງເວທີປາໄສ; ຕີລາຄາສູງບັນດາຄຳເຫັນປະກອບຂອງບັນດານັກບັນລະຍາຍ, ນັກຊ່ຽວຊານ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບບັນດານັກຊ່ຽວຊານສາກົນເຂົ້າຮ່ວມເວທີປາໄສປະຕິຮູບ
ແລະ ພັດທະນາ ຫວຽດນາມ 2019 (ພາບ: VGP)
      ຕາງໜ້າບັນດາຜູ້ແທນສາກົນ, ທ່ານນາງ Pinelope Goldberg, ຮອງປະທານຂັ້ນສູງ, ນັກຊ່ຽວຊານດ້ານເສດຖະກິດຂອງທະນາຄານໂລກ (WB) ຖືວ່າ: ຫວຽດນາມ ແມ່ນແບບຢ່າງທີ່ປະສົບຜົນສຳເລັດໃນການພັດທະນາເສດຖະກິດ - ສັງຄົມ, ແຕ່ໃນວິວັດແຫ່ງການພັດທະນາ, ຫວຽດນາມ ກໍ່ປະສົບກັບສິ່ງທ້າທາຍຫລາຍຢ່າງ, ເປັນຕົ້ນແມ່ນຜ່ານຜ່າລະດັບລາຍຮັບປານກາງ.
        ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ຫວຽດນາມ ພວມມານະພະຍາຍາມພັດທະນາ, ເຊື່ອມໂຍງເຂົ້າກັບສາກົນ. ໃນວິວັດການນັ້ນ, ຫວຽດນາມ ສະແດງຄວາມເຄົາລົບ ແລະ ຮັບຟັງບັນດາຄຳເຫັນໃຫ້ຄຳປຶກສາຂອງປະຊາຄົມສາກົນ. ທ່ານນາຍົກລັດຖະມົນຕີຕີລາຄາສູງຄວາມຕັ້ງໜ້າ, ຄວາມຮັບຜິດຊອບຂອງບັນດາການນຳ WB ໃນການຮ່ວມມືກັບ ຫວຽດນາມ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ຜ່ານເວທີປາໄສນີ້, WB  ແລະ ປະຊາຄົມສາກົນຈະປະກອບຄຳເຫັນ, ໃຫ້ຄຳປຶກສານະໂຍບາຍໃຫ້ແກ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top