• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດາມ ຫງວຽນຊັວນຟຸກ: ຕັດສິນໃຈສ້າງລັດຖະບານເອເລັກໂຕນິກ

      ຕອນເຊົ້າວັນທີ 23 ກໍລະກົດ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ປະທານຄະນະກໍາມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກ, ໄດ້ເປັນປະທານກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີເນັດ ຄະນະກໍາມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກ ກັບ ບັນດາຄະນະຊີ້ນໍາກໍ່ສ້າງລັດຖະບານເອເລັກໂຕນິກ, ອໍານາດການປົກຄອງເອເລັກໂຕນິກຂອງກະຊວງ, ຂະແໜງການ, ທ້ອງຖິ່ນ. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ 
      ກ່າວຄໍາເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກສະເໜີບັນດາຜູ້ແທນສຸມໃສ່ປຶກສາຫາລືກ່ຽວກັບສະພາບການຜັນຂະຫຍາຍການກໍ່ສ້າງລັດຖະບານເອເລັກໂຕນິກ, ໂດຍສະເພາະແມ່ນບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດ. ການແບ່ງໜ້າທີ່ລະອຽດ ແລະ ຈັດຕັ້ງກົງຈັກຂອງບັນດາກະຊວງ, ຂະແໜງການ, ຜ່ານນັ້ນຖອດຖອນບົດຮຽນ, ວິທີສ້າງ ແລະ ນໍາໃຊ້ທີ່ສະດວກຈາກບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ. ທ່ານນາຍົກລັດຖະມົນຕີກໍເຈາະຈີ້ມໃຫ້ບັນດາຜູ້ແທນປຶກສາຫາລືກ່ຽວກັບບັນດາມາດຕະການຮັບປະກັນຄວາມເປັນເອກະພາບກ່ຽວກັບວິທີສ້າງ ແລະ ນໍາໃຊ້, ເຊື່ອມຕໍ່ຢ່າງຄົບຊຸດຈາກສູນກາງລົງຮອດທ້ອງຖິ່ນ; ຮັບປະກັນຄວາມສະຫງົບປອດໄພ ໃນວິວັດການຜັນຂະຫຍາຍລັດຖະບານເອເລັກໂຕນິກຢ່າງເດັດຂາດ, ຖ້າຫາກເຫັນວ່າຍັງບໍ່ມີຄວາມປອດໄພ ແມ່ນບໍ່ຄວນເຄື່ອນໄຫວລັດຖະບານເອເລັກໂຕນິກເທື່ອ. ທ່ານກ່າວວ່າ:
            “ກ່ຽວກັບວິໄສທັດ, ຕ້ອງສ້າງລັດຖະບານເອເລັກໂຕນິກ ມຸ່ງໄປເຖິງລັດຖະບານດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ. ນີ້ແມ່ນການແກ້ໄຂ 4 ສາຍພົວພັນ, 2 ສາຍພົວພັນຢູ່ພາຍນອກ ນັ້ນຄື: ລັດຖະບານກັບ ປຊາຊາ ແລະ ລັດຖະບານ ກັບ ວິສາຫະກິດ. ຈຸດປະສົງກໍ່ແມ່ນເພື່ອປະຊາຊົນ, ສະນັ້ນ ພວກເຮົາຈຶ່ງປະຕິບັດ”.
        ໃນຊຸມເດືອນທ້າຍປີ 2019 ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ສຸມໃສ່ຜັນຂະຫຍາຍການເຊື່ອມຕໍ່ໃຫ້ລຸລ່ວງ, ຮັບ-ສົ່ງເອກະສານເອເລັກໂຕນິກ; ສ້າງບັນດາລະບົບຂໍ້ມູນຂ່າວສານຮັບໃຊ້ໃຫ້ແກ່ການບໍລິຫານ; ພື້ນຖານຂໍ້ມູນແຫ່ງຊາດ; ປະຕູຖານຂໍ້ມູນບໍລິການສາທາລະນະ; ລະບົບຂໍ້ມູນເອເລັກໂຕນິກປະຕູດຽວຂັ້ນກະຊວງ, ຂັ້ນແຂວງ; ສະໜອງການບໍລິການໂດຍກົງຜ່ານເຄືອຂ່າຍອິນເຕີເນັດລະດັບ 3, ລະດັບ 4 ຕາມລາຍການ ໂດຍນາຍົກລັດຖະມົນຕີໄດ້ປະກາດໃຊ້; ຄວາມສາມາດກຽມພ້ອມເຊື່ອມຕໍ່ການແບ່ງປັນຂໍ້ມູນກັບປະຕູຖານຂໍ້ມູນບໍລິການສາທາລະນະແຫ່ງຊາດ.
 (ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top