• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດຝລັ່ງ ປະຈໍາ ຫວຽດນາມ

ຕອນບ່າຍວັນທີ 17 ກໍລະກົດ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທຸດຝລັ່ງ ປະຈໍາຫວຽດນາມ Bertrand Lortholary ເຂົ້າຢ້ຽມອໍາລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດງານທາງການທູດຢູ່ຫວຽດນາມ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທຸດຝລັ່ງ ປະຈໍາຫວຽດນາມ Bertrand Lortholary (ພາບ: chinhphu.vn)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ສັນຍາການຄ້າເສລີ ແລະ ສັນຍາອາລັກຂາການລົງທຶນລະຫວ່າງ ຫວຽດນາມ ແລະ ອີຢູ ທີ່ຫາກໍໄດ້ລົງນາມນັ້ນ ຈະເປີດກາລະໂອກາດຮ່ວມມືໃໝ່ລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບເວົ້າລວມ ແລະ ກັບ ຝລັ່ງເວົ້າສະເພາະ. ທ່ານ ຫງວຽນຊວັນຟຸກ ສະເໜີ ຝລັ່ງ ໜູນຊ່ວຍຫວຽດນາມໃນວິວັດການໃຫ້ສັດຕະຍາບັນສັນຍາສອງສະບັບສໍາຄັນດັ່ງກ່າວ ເພື່ອຫັນຜົນປະໂຫຍດຂອງບັນດາວິສາຫະກິດ, ປະຊາຊົນສອງປະເທດໃຫ້ປະກົດຜົນເປັນຈິງ. ພ້ອມທັງປາດຖະໜາວ່າ  ຈະໄດ້ຮັບການສະໜັບສະໜູນຈາກຝລັ່ງ ເມື່ອຫວຽດນາມຮັບບົດບາດເປັນປະທານ ອາຊຽນ ແລະ ເປັນກໍາມະການບໍ່ປະຈໍາການ ສະພາຄວາມໝັ້ນຄົງ ສປຊ ໃນປີ 2020 ເພື່ອພ້ອມກັນປະກອບສ່ວນເຂົ້າໃນເປົ້າໝາຍລວມ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາໃນໂລກ ແລະ ພາກພື້ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍເນັ້ນໜັກວ່າ ສອງຝ່າຍ ຕ້ອງສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ.

        ສ່ວນທ່ານເອກອັກຄະລັດຖະທຸດຝລັ່ງ Bertrand Lortholary ຢັ້ງຢືນວ່າ ຝລັ່ງ ສະໜັບສະໜູນຄວາມເສລີໃນການເດີນທະເລ, ການບິນ ຢູ່ທະເລຕາເວັນອອກ. ຝລັ່ງ ນັບມື້ນັບມີຄວາມສົນໃຈເຖິງພາກພື້ນ ອາຊີ - ປາຊີຟິກ, ໃນນັ້ນ ຕີລາຄາສູງ ບົດບາດຂອງ ຫວຽດນາມ, ເຊິ່ງເປັນຄູ່ຮ່ວມມືສໍາຄັນຂອງ ຝລ່ັງໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top