• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ມອບລາງວັນສື່ມວນຊົນລະດັບຊາດປີ 2018 ໃຫ້ແກ່ບັນດາຜູ້ຂຽນທີ່ດີເລີດ

ຕອນຄໍ່າວັນທີ 21 ມິຖຸນາ, ພິທີມອບລາງວັນສື່ມວນຊົນລະດັບຊາດປີ 2018 - ລາງວັນອັນສູງສົ່ງທີ່ສຸດຂອງວົງການສື່ມວນຊົນທົ່ວປະເທດໃນປີ 2018 ຖືກຈັດຂຶ້ນຢ່າງສົມກຽດຢູ່ຫໍວັດທະນະທໍາມິດຕະພາບ - ນະຄອນຮ່າໂນ້ຍ. ເຂົ້າຮ່ວມພິທີມອບລາງວັນມີ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ; ທ່ານອະດີດເລຂາທິການໃຫຍ່ ນົງດຶກແມ້ງ; ທ່ານອະດີດປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ.

 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄໍາເຫັນທີ່ພິທີມອບລາງວັນ

ກ່າວຄໍາເຫັນທີ່ພິທີມອບລາງວັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາວ່າ ໃນຊຸມປີຜ່ານມາ, ສື່ມວນຊົນຂອງຫວຽດນາມ ໄດ້ໃກ້ຊິດຕິດແທດກັບແຜນນະໂຍບາຍ, ແນວທາງຂອງພັກ, ສ່ອງແສງທຸກດ້ານຂອງຊີວິດການເມືອງ, ເສດຖະກິດ, ສັງຄົມ ຢ່າງມີຊີວິດຊີວາ; ຕັ້ງໜ້າໂຄສະນາເຜີຍແຜ່ບັນດາຄຸນຄ່າອັນດີງາມ ນໍາພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມ ທີ່ເປັນມິດສະໜິດສະໜົມ, ສັນຕິພາບ, ມິດຕະພາບ ໄປຍັງເພື່ອນມິດສາກົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

        “ສື່ມວນຊົນ ໄດ້ກາຍເປັນກໍາລັງປະຈັນບານ, ເປັນທີ່ໄວ້ເນື້ອເຊື່ອໃຈຂອງພັກ ແລະ ລັດໃນທຸກແນວຮົບການສື່ສານ ແລະ ໂຄສະນາເຜີຍແຜ່.  ດ້ວຍຖັນແຖວນັກຂ່າວທີ່ເຂັ້ມແຂງແຮງກ້າກວ່າ 18 ພັນຄົນ ທີ່ໄດ້ອອກບັດນັກຂ່າວໃຫ້ນັ້ນ ລ້ວນແຕ່ມີລັກສະນະເປັນມືອາຊີບສູງ ແລະ ມີຄວາມສໍາຜັດກັບເຕັກໂນໂລຢີສື່ມວນຊົນ ແລະ ການຖະແຫຼງຂ່າວທີ່ທັນສະໄໝໄດ້ຢ່າງໄວວາ, ຜູ້ເຮັດວຽກງານການຂ່າວ ແມ່ນນັກຮົບໃນສະໜາມຮົບດ້ານແນວຄິດ, ວັດທະນະທໍາ ຄືດັ່ງລຸງໂຮ່ທີ່ແສນເຄົາລົບຮັກ ໄດ້ສັ່ງສອນໄວ້ວ່າ “ສົບປາກກາຂອງພວກເພື່ອນ ກໍ່ແມ່ນບັນດາອາວຸດທີ່ແຫຼມຄົມໃນການປົກປ້ອງຄວາມເປັນທໍາ ແລະ ກ່າວປະນາມອະທໍາ”.

        ເມື່ອເຕື້ອງເຖິງບັນດາຄວາມຮຽກຮ້ອງຕ້ອງການສໍາລັບຖັນແຖວນັກຂອງຜູ້ເຮັດວຽກງານການຂ່າວຂອງພື້ນຖານສື່ມວນຊົນປະຕິວັດຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີວ່າ ສື່ມວນຊົນປະຕິວັດຫວຽດນາມ ຄວນເສີມຂະຫຍາຍບັນດາຄຸນຄ່າທີ່ເປັນແກ່ນສານຂອງຕົນ ກ່ຽວກັບລັກສະນະປະຕິວັດ ແລະ ນໍາໜ້າ.  ສື່ມວນຊົນຕ້ອງສະແດງໃຫ້ເຫັນ ແລະ ສ່ອງແສງຢ່າງຖືກຕ້ອງຕາມຄວາມເປັນຈິງກ່ຽວກັບປະເທດຊາດຫວຽດນາມ ພວມພັດທະນາຢ່າງຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່; ມີສະພາບແວດລ້ອມດໍາລົງຊີວິດທີ່ປອດໄພ, ເປັນມິດສະໜິດສະໜົມ, ນັບມື້ນັບເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ມີອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຢູ່ເວທີສາກົນ ສືບຕໍ່ໄດ້ຮັບການຍົກສູງຂຶ້ນ.

        ຜ່ານໄລຍະ 13 ປີ, ລາງວັນສື່ມວນຊົນລະດັບຊາດ ໂດຍສະມາຄົມນັກຂ່າວຫວຽດນາມ ເປັນເຈົ້າພາບຈັດຕັ້ງນັ້ນ ນັບມື້ນັບເປັນມືອາຊີບ, ເປັນລະບົບ ແລະ ມີຄຸນນະພາບ. 106 ຜົນງານສື່ມວນຊົນດີເລີດ ໄດ້ຮັບການເຊີດຊູ, ໃນນັ້ນ ມີ 6 ລາງວັນ A, 24 ລາງວັນ B, 42 ລາງວັນ C, 34 ລາງວັນຊົມເຊີຍ. ສະເພາະວິທະຍຸກະຈາຍສຽງຫວຽດນາມ ຍາດໄດ້ 2 ລາງວັນ A, 2 ລາງວັນ B ແລະ 3 ລາງວັນ C. 

(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top