• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ກົດດີວົວ Marcel Amon Tanoh

ຫວຽດນາມ ສະໜັບສະໜູນບັນດາຄໍາໝັ້ນສັນຍາຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ພັດທະນາຢ່າງແຮງ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ກົດດີວົວ Marcel Amon Tanoh (ພາບ: TTXVN)

ທີ່ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ກົດດີວົວ ທີ່ດໍາເນີນໃນຕອນບ່າຍວັນທີ 19 ມິຖຸນາ ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນບັນດາຄໍາໝັ້ນສັນຍາຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ພັດທະນາຢ່າງແຮງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ປະຊາຄົມວິສາຫະກິດສອງປະເທດ ຈະຍູ້ແຮງການສົ່ງເສີມການຄ້າ, ຊອກຫາກາລະໂອກາດຮ່ວມມືດໍາເນີນທຸລະກິດ ພ້ອມທັງປາດຖະໜາວ່າ ກົດດີວົວ ສ້າງເງື່ອນໄຂສະດວກ ແລະ ໃຫ້ການໜູນຊ່ວຍ ເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ດໍາເນີນທຸລະກິດຢ່າງສະດວກຢູ່ປະເທດນີ້ ແລະ ສິນຄ້າຂອງຫວຽດນາມໄດ້ສົ່ງໄປຍັງຕະຫຼາດ ກົດດີວົວ; ສອງຝ່າຍບັນລຸຜົນສໍາເລັດໃນບັນດາຂົງເຂດຮ່ວມມືໃໝ່ໃນໄວໆນີ້. ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນປະສົບການ, ສະໜັບສະໜູນ, ໜູນຊ່ວຍ ກົດດີວົວ ໃນຂົງເຂດປູກເຂົ້ານາທາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍສະເໜີ ກົດດີວົວ ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ ກົດດີວົວ ເຊື່ອມຕົວເຂົ້າກັບຊີວິດສັງຄົມຂອງປະເທດປະຈໍາຖິ່ນ, ມີຄວາມອຸ່ນອ່ຽນໃຈດໍາລົງຊີວິດ, ເຮັດວຽກ ແລະ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນລະຫວ່າງສອງປະເທດ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ກົວດີວົວ Marcel Amon Tanoh ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮັບຊາບກ່ຽວກັບໝາກຜົນອັນດີງາມຂອງການພົບປະສົນທະນາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ. ສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບຫຼາຍມາດຕະການເພີ່ມທະວີການພົວພັນສອງປະເທດ.

ທ່ານລັດຖະມົນຕີການຕ່າງປະເທດ ກົດດີວົວ ອວຍພອນ ຫວຽດນາມ ທີ່ຮັບໄຊຊະນະໃນການເລືອກຕັ້ງກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ດ້ວຍຈໍານວນບັດເຫັນດີສູງ ແລະ ຢັ້ງຢືນວ່າ ກົດດີວົວ ພ້ອມແລ້ວທີ່ຈະແບ່ງປັນປະສົບການກັບ ຫວຽດນາມ ເພື່ອຮັບດໍາລົງບົດບາດດັ່ງກ່າວໃຫ້ປະສົບຜົນສໍາເລັດ. ທ່ານ Marcel Amon Tanoh ຕີລາຄາສູງ ປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ ກົດດີວົວ ວ່າ ແມ່ນປະຊາຄົມທີ່ຂະຫຍັນຂັນເຄື່ອນ, ປັບຕົວເຂົ້າກັບສັງຄົມໄດ້ເປັນຢ່າງດີ ແລະ ໄດ້ປະກບສ່ວນຫຼາຍຢ່າງໃຫ້ແກ່ປະເທດປະຈໍາຖິ່ນ.

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top