• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປຸກລະດົມຂະບວນການແຂ່ງຂັນປະຕິບັດວັດທະນະທຳຫ້ອງການສຳນັກງານຂອງລັດ

ສະເຫຼີມສະຫຼອງ 71 ປີແຫ່ງວັນປະທານ ໂຮ່ຈີມິນ ຮຽກຮ້ອງແຂ່ງຂັນຮັກຊາດ (11/06/1948 – 11/06/2019), 129 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/05/1890 – 19/05/2019) ແລະ 50 ປີແຫ່ງວັນປະຕິບັດພິໄນກຳ ໂຮ່ຈີມິນ (1969 - 2019),

 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບ: TTXVN)

ຕອນເຊົ້າວັນທີ 19 ພຶດສະພາ, ສະພາແຂ່ງຂັນຍ້ອງຍໍສູນກາງໄດ້ຈັດຕັ້ງພິທີປຸກລະດົມຂະບວນການແຂ່ງຂັນ “ພະນັກງານ, ລັດຖະກອນ, ພາລະກອນ, ແຂ່ງຂັນກັນປະຕິບັດວັດທະນະທຳຫ້ອງການສຳນັກງານຂອງລັດ”.

        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງພະນັກງານ, ລັດຖະກອນແຕ່ລະຄົນ ເສີມຂະຫຍາຍຈິດໃຈເຊີດຊູຊາດຕົນເອງ. ສາມັກຄີ, ຮ່ວມແຮງຮ່ວມໃຈ, ສະແດງໃຫ້ເຫັນພູມປັນຍາ, ຄຸນນະທາດການແຂ່ງຂັນປະຕິບັດວັດທະນະທຳຫ້ອງການສຳນັກງານຂອງລັດ, ຄຸນສົມບັດລັດຖະການ, ສຸດຈິດສຸດໃຈຮັບໃຊ້ປະຊາຊົນ, ຮັບໃຊ້ປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

        “ເມື່ອເປັນພະນັກງານລັດຖະກອນລັດແຕ່ລະຄົນ ຕ້ອງດັດແປງຕົນເອງໃຫ້ກາຍເປັນ ແບບຢ່າງ, ມີຫົວຄິດປະດິດສ້າງ, ຍາມໃດກໍ່ໝົດຈິດໝົດໃຈເພື່ອຜົນປະໂຫຍດຂອງປະຊາຊົນ, ຂອງວິສາຫະກິດ. ໃນທຸກທີ່ຕັ້ງບົດບາດ ແລະ ເງື່ອນໄຂວຽກງານ ຍາມໃດກໍ່ຕ້ອງມານະພະຍາຍາມປະຕິບັດຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍໃຫ້ສຳເລັດ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜິດສະໜົມຂອງການນຳກັບເພື່ອນຮ່ວມງານ ແລະ ປະຊາຊົນ.

        ທີ່ພິທີປຸກລະດົມ, ຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການຂັ້ນສູນກາງ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຕັດສິນໃຈເຜີຍແຜ່ຈິດໃຈຊີ້ນຳຂອງນາຍົກລັດຖະມົນຕີ ແລະ ປາດຖະໜາຢາກໃຫ້ວັດທະນະທຳຫ້ອງການສຳນັກງານຂອງລັດເຊື່ອມຕົວເຂົ້າກັບວັດທະນະທຳປະຊາຄົມ, ຂອງສັງຄົມ.

 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top