• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ

ເນື່ອງໃນໂອກາດໄປເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ຄັ້ງທີ 2 ຢູ່ ປັກກິ່ງ, ປະເທດຈີນ, ວັນທີ 25 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕີລາຄາສູງການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່່າງສອງພັກ, ສອງລັດ ໃນໄລຍະຜ່ານມາ; ຢັ້ງຢືນວ່າ ຫວຽດນາມ ຢຶດໝັ້ນຕໍ່ແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ; ຍາມໃດກໍຖືເປັນສໍາຄັນເລື່ອງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ຈີນ ໃຫ້ພັດທະນາຢ່າງມີສະຖຽນລະພາບ, ປອດໃສ ແລະ ຍືນຍົງ, ຍາວນານ; ຊົມເຊີຍ ແລະ ສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ບົນພື້ນຖານຮັບປະກັນຫຼັກການການຮ່ວມມື ສັນຕິພາບ, ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບເຊິ່ງກັນ ແລະ ກັນ, ສອດຄ່ອງກັບກົດໝາຍສາກົນ, ມຸ່ງໄປເຖິງເປ້ົ້າໝາຍ ປະກອບສ່ວນໃຫ້ແກ່ການພັດທະນາ ແລະ ວັດທະນາຖາວອນລວມຂອງທຸກປະເທດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ (ພາບ: chinhphu.vn)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ສອງຝ່າຍ ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ; ຍູ້ແຮງການພົບປະແລກປ່ຽນ, ຮ່ວມມືລະຫວ່າງຂະແໜງການ, ຂັ້ນຕ່າງໆ; ເສີມຂະຫຍາຍບັນດາກົນໄກທີ່ມີຢູ່ແລ້ວ ແຕ່ຂັ້ນສູນກາງລົງຮອດທ້ອງຖ່ິນ ໃຫ້ມີປະສິດທິຜົນ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໃຫ້ແທດຈິງ; ເປີດກວ້າງ ແລະ ຍົກສູງປະສິດທິຜົນການພົບປະແລກປ່ຽນລະຫວ່າງປະຊາຊົນ ແລະ ລຸ້ນໜຸ່ມ; ກໍານົດທິດທາງການໂຄສະນາເຜີຍແຜ່, ສື່ມວນຊົນ ໃຫ້ເປັນຢ່າງດີ, ຈັດຕັ້ງປະຕິບັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ຈີນ ໃຫ້ເປັນຢ່າງດີ. ສອງຝ່າຍເພີ່ມທະວີການຮ່ວມມືໃນການຄຸ້ມຄອງ ແລະ ນໍາໃຊ້ແຫຼ່ງຊັບພະຍາກອນແມ່ນໍ້າຂອງ ແລະ ບັນດາແມ່ນໍ້າຮ່່ວມກັນໃຫ້ມີຄວາມຍືນຍົງ; ຕໍ່ກໍານົດເວລາ ຂໍ້ຕົກລົງວ່າດ້ວຍການໃຊ້ໂທລະສັບສາຍດ່ວນ ທີ່ກ່ຽວຂ້ອງເຖິງ ອາຊີບຫາປາຢູ່ທະເລ; ຮ່ວມມືຕິດຕາມກວດກາຄວາມປອດໄພນິວເຄຼຍ; ສືບຕໍ່ສົມທົບກັນປະຕິບັດ ເອກະສານ ກ່ຽວກັບຊາຍແດນທາງບົກ ລະຫວ່າງ ຫວຽດນາມ - ຈີນ 03 ສະບັບ ໃຫ້ເປັນຢ່າງດີ.

        ກ່ຽວກັບບັນຫາຢູ່ທະເລ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ສອງຝ່າຍ ສືບຕໍ່ປະຕິບັດຕາມຄວາມຮັບຮູ້ລວມ ແລະ ຂໍ້ຕົກລົງ ທີີ່ການນໍາຂັ້ນສູງສອງພັກ, ສອງລັດ ໄດ້ລົງນາມ, “ຂໍ້ຕົກລົງວ່່າດ້ວຍບັນດາຫຼັກການພື້ນຖານກ່ຽວກັບການຊີ້ນໍາແກ້ໄຂບັນຫາຢູ່ທະເລ ລະຫວ່າງ ຫວຽດນາມ - ຈີນ”; ຢຶດໝັ້ນແກ້ໄຂບັນຫາຢູ່ທະເລ ໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ; ບັນລຸໄດ້ຄວາມຄືບໜ້າກ່ຽວກັບການແບ່ງກໍານົດຢູ່ນອກເຂດອ່າວພາກເໜືອ ປີ 2020; ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ; ຕັ້ງໜ້າຊຸກຍູ້ການເຈລະຈາ ເພື່ອສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ແທດຈິງ ມີຜົນສັກສິດ ເພື່ອຮັກສາສັນຕິພາບ, ສະຖຽນລະພາບຢູ່ທະລາຕາເວັນອອກ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ສົ່ງຄໍາຢື້ຢາມຖາມຂ່າວຢ່າງອົບອຸ່ນມາຍັງທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ; ຊົມເຊີຍທ່ານ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຫວຽດນາມ ມາເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ຄັ້ງທີ 2 ຢ່າງສຸດໃຈ; ຢັ້ງຢືນວ່າ ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມຖືເປັນສໍາຄັນຂອງພັກ, ລັດຫວຽດນາມ ຕໍ່ການພົວພັນ ຈີນ - ຫວຽດນາມ, ປະກອບສ່ວນສໍາຄັນ ເຂົ້າໃນຜົນສໍາເລັດຂອງເວທີປາໄສ. ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ ພັກ, ລັດ ຈີນ ຖືເປັນສໍາຄັນການພົວພັນກັບຫວຽດນາມ, ເຫັນດີເປັນເອກະພາບກັບຫວຽດນາມ ຮັກສາການພົບປະຂັ້ນສູງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ບັນດາຂົງເຂດຮ່ວມມືໃຫ້ແທດຈິງ, ເປີດກວ້າງການພົບປະແລກປ່ຽນປະຊາຊົນ, ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວບຄຸມຄວາມບໍ່ລົງລອຍກັນເປັນຢ່າງດີ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດນາມ ໃຫ້ພັດທະນາເປັນປົກກະຕິ, ປອດໃສ, ຍືນຍົງ; ຢັ້ງຢືນວ່າ ຈີນ ຈະສະໜັບສະໜູນຫວຽດນາມ ເສີມຂະຫຍາຍບົດບາດ ຢູ່ບັນດາກົນໄກຫຼາຍຝ່າຍ, ເປັນຕົ້ນແມ່ນ ເລື່ອງຫວຽດນາມ ດໍາລົງຕໍາແໜ່ງປະທານ ອາຊຽນ ໃນປີ 2020 .

ແລະກໍ່ໃນວັນດຽວກັນ, ທີ່ການ ພົບປະກັບ ເລຂານຸການ ຄະນະເລຂາສູນກາງພັກກອມມູນິດຈີນ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຢືນຢັນ ຫວຽດນາມ ຖືການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຍຸດທະສາດຮອບດ້ານກັບພັກ, ລັດ ແລະ ປະຊາຊົນຈີນ ເປັນສຳຄັນ. ເລື່ອງສອງຝ່າຍແລກປ່ຽນບົດຮຽນກໍ່ສ້າງ ແລະ ພັດທະນາປະເທດຊາດກໍ່ຄືໃນວຽກງານກໍ່ສ້າງພັກ ແມ່ນມີຄວາມໝາຍສຳຄັນ, ປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບ.  ສ່ວນທ່ານເລຂານຸການ ຄະນະເລຂາສູນກາງພັກກອມມູນິດຈີນ ຫວາງຫູ່ນິງ ຢືນຢັນ: ສິ່ງນີ້ແມ່ນສະແດງໃຫ້ເຫັນການຖືເປັນສຳຄັນຂອງພັກ ແລະ ລັດ ຫວຽດນາມ ສຳລັບການພົວພັນລະຫວ່າງຈີນ ແລະ ຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງເວທີປາໄສ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ.

Top