• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບບັນດາວິສາຫະກິດແຖວໜ້າ ຈີນ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະ ແລະ ສົນທະນາກັບ 3 ກຸ່ມວິສາຫະກິດແຖວໜ້າ ຈີນ ແລະ ໂລກ ໃນບັນດາຂົງເຂດພື້ນຖານໂຄງລ່າງ, ພະລັງງານ, ການເງິນ - ເຕັກໂນໂລຢີ-ໂທລະຄົມມະນາຄົມ.
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ”, ຕອນບ່າຍວັນທີ 25 ເມສາ, ຕາມເວລາທ້ອງຖິ່່ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະ ແລະ ສົນທະນາກັບ 3 ກຸ່ມວິສາຫະກິດແຖວໜ້າ ຈີນ ແລະ ໂລກ ໃນບັນດາຂົງເຂດພື້ນຖານໂຄງລ່າງ, ພະລັງງານ, ການເງິນ - ເຕັກໂນໂລຢີ-ໂທລະຄົມມະນາຄົມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບບັນດາວິສາຫະກິດແຖວໜ້າ ຈີນ 
 (ພາບ: TTXVN)

ທີ່ການພົບປະ, ບັນດາວິສາຫະກິດແຖວໜ້າ ຈີນ ໄດ້ສະແດງຄວາມປະທັບໃຈຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ . ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາສູງບັນດາກຸ່ມບໍລິສັດຂອງຈີນ ທີ່ມີຄວາມສົນໃຈຕໍ່ຫວຽດນາມ ແລະ ໃຫ້ຮູ້ວ່າ: ຫວຽດນາມ ພວມມີຄວາມຕ້ອງການຢ່າງໃຫຍ່ຫຼວງ ກ່ຽວກັບການພັດທະນາພື້ນຖານໂຄງລ່າງ, ພະລັງງານ, ເຕັກໂນໂລຢີ, ການເງິນ, ການທະນາຄານ. ທ່ານຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

        “ພວກຂ້າພະເຈົ້າ ມີຄວາມຕ້ອງການແຫຼ່ງກໍາລັງກ້ອນໃຫຍ່ ເພື່ອພັດທະນາ ລວມທັງແຫຼ່ງກໍາລັງພາກເອກະຊົນ, ບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ ກັບວິທີການຮ່ວມມື ພາກລັດ - ເອກະຊົນ ແລະ ບັນດາຮູບການລົງທຶນອື່ນ. ໃນນັ້ນ ມີບັນດາໂຄງການໃນຂອບເຂດເຊື່ອມຕໍ່ “ສອງແລວທາງ ໜຶ່ງອ້ອມຮອບ” ກັບ “ໜຶ່ງແລວທາງ ໜຶິ່ງເສັ້ນທາງ”. ນີີີ້ແມ່ນກາລະໂອກາດຕົ້ນຕໍ ໃຫ້ແກ່ບັນດາໂຄງການລົງທຶນເຂົ້າຫວຽດນາມ ທີ່ດີຂອງ ຈີນ. ລັດຖະບານຫວຽດນາມ ໄດ້ສ້າງຄວາມສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດເວົ້າລວມ ແລະ ບັນດາວິສາຫະກິດ ຈີນເວົ້າສະເພາະ”.

        ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນສັກຂີພິຍານ ພິທີລົງນາມໃນບົດບັນທຶກຊ່ວຍຈໍາ ກ່ຽວກັບການຮ່ວມມືຍຸດທະສາດພັດທະນາການຕະຫຼາດ, ຈໍາໜ່າຍບັນດາຜະລິດຕະພັນກະເສດ, ອາຫານ, ນົມ... ລະຫວ່າງກຸ່ມບໍລິສັດ TH ຫວຽດນາມ ແລະ ຄູ່ຮ່ວມມື Wuxi Jinqiao International Food City ຂອງຈີນ.

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top