• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດສັງຄົມ

      ຕອນເຊົ້າວັນທີ 19 ມັງກອນ, ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຄັ້ງທີ 2 ຂອງອະນຸ ກຳມະການເສດຖະກິດສັງຄົມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ຫົວໜ້າອະນຸກຳມະການ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດສັງຄົມ
      ນີ້ແມ່ນກອງປະຊຸມ ເພື່ອແນໃສ່ຕີລາຄາຄືນໃໝ່ບັນດາໜ້າທີ່ໄດ້ຜັນຂະຫຍາຍ ແລະ ຍົກອອກໃຫ້ແຜນການປະຕິບັດບັນດາໜ້າທີ່ໃນໄລຍະຈະມາເຖິງ.
        ໜ້າທີ່ສຳຄັນຂອງອະນຸກຳມະການເສດຖະກິດສັງຄົມແມ່ນສ້າງເອກະສານ 2 ສະບັບລວມມີ: ຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 10 ປີ 2021 – 2030 ແລະ ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2021 – 2025 ເພື່ອຮັບໃຊ້ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ.
        ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາສະມາຊິກຂອງອະນຸກຳມະການໄດ້ປະຕິບັດບັນດາໜ້າທີ່ທີ່ໄດ້ວາງອອກໃນກອງປະຊຸມຄັ້ງທີ 1 ຂອງອະນຸກຳມະການເມື່ອເດືອນ ພະຈິກ ເປັນຢ່າງດີ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍົກອອກມາ 2 ໄລຍະເວລາສຳຄັນເຊິ່ງອະນຸກຳມະການຕ້ອງໃສ່ໃຈ, ທີ 1 ແມ່ນລາຍງານຕໍ່ກອງປະຊຸມສູນກາງພັກເທື່ອທີ 10 ເຊິ່ງຈະຈັດຕັ້ງໃນເດືອນ ພຶດສະພາ 2019 ເພື່ອໃຫ້ສູນກາງປະກອບຄຳເຫັນໃສ່ໂຄງຮ່າງລະອຽດ; ທີ 2 ແມ່ນລາຍງານຕໍ່ກອງປະຊຸມສູນກາງພັກເທື່ອທີ 11 ເຊິ່ງຈະຈັດຕັ້ງໃນເດືອນ ຕຸລາ 2019 ເພື່ອໃຫ້ສູນກາງປະກອບຄຳເຫັນໃສ່ຮ່າງເອກະສານ ເພື່ອໃຫ້ສົມບູນແລ້ວສົ່ງເຖິງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນປະກອບຄຳເຫັນ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top